中华时报
关闭

中华时报APP, 全新登场!

点击下载

ນະຄອນກຸ້ຍລິນທີ່ພາກໃຕ້ຂອງປະເທດຈີນໄດ້ຈັດກິດຈະກຳເພື່ອສະເຫຼີມສະຫຼອງວັນວັດທະນະທຳແລະມໍລະດົກທຳມະຊາດ.

开头.jpg

ໃນວັນທີ 24 ມິຖຸນາ ທີ່ນະຄອນຫຼວງປັກກິ່ງ(ຕາມຂ່າວຊີນຮວາ)--- ນະຄອນກຸ້ຍລິນເປັນໜຶ່ງ ໃນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງປະເທດຈີນ, ໄດ້ຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນມໍລະດົກທຳມະຊາດ ແລະ ວັດທະນະທຳໃນວັນທີ 13 ມິຖຸນາປີນີ້.

ໂດຍສະເພາະ, ໄດ້ຈັດເວທີສົນທະນາທີ່ຂະໜາດໃຫຍ່ ເພື່ອແບ່ງປັນບັນດາກໍລະນີທີ່ພົ້ນເດັ່ນໃນທົ່ວປະເທດ, ເຊິ່ງສະແດງໃຫ້ເຫັນວ່າການປົກປັກຮັກສາມໍລະດົກທາງວັດທະນະທຳສາມາດຊຸກຍູ້ການທ່ອງທ່ຽວ ແລະ ຊ່ວຍການຫຼຸດຜ່ອນຄວາມທຸກຍາກໃນທ້ອງຖິ່ນ.

ໃນໄລຍະກິດຈະກຳ,  ແຫຼ່ງທ່ອງທ່ຽວ ຈີ້ງຈ່ຽງວາງເສີງ ໄດ້ສ້າງຄວາມປະທັບໃຈໃຫ້ຜູ້ເຂົ້າຮ່ວມຍ້ອນວ່າມັນໄດ້ຮັບການຮັກສາງເປັນຢ່າງດີ.ຈີ້ງຈ່ຽງວາງເສີງ ໄດ້ສ້າງໃນປີ 1372, ມີເນື້ອທີປະມານ 200,000 ຕາແມັດ, ເປັນບ່ອນທີ່ຢູ່ອາໃສຂອງເຈົ້າຊາຍໃນລາດຊະວົງໝິງ (1368-1644), ເຊິ່ງເຄີຍມີເຈົ້າຊາຍທັງໝົດ 14 ຄົນອາໃສທີ່ນີ້.

"ເພື່ອເຮັດໃຫ້ ຈີ້ງຈ່ຽງວາງເສີງ ມີຊີວິດຊີວາ, ນະຄອນກຸ້ຍລິນໄດ້ດຳເນີນການທຳຄວາມສະອາດ ແລະ ຂຸດຄົ້ນໂບຮານຄະດີ ແລະ ການຮັກສາສິ່ງແວດລ້ອມຢູ່ບ່ອນຝັງສົບຂອງເຈົ້າຊາຍ 11 ແຫ່ງ, ສິ່ງກໍ່ສ້າງທີ່ຜິດ

ກົດໝາຍທັງໝົດ ທີ່ກໍ່ສ້າງອ້ອມຂອບກຳແພງເມືອງ ໄດ້ຖືກມ້າງອອກ, ສະນັ້ນ ກຳແພງເມືອງບູຮານຈິ່ງບໍ່ມີການປິດບັງ." ເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ.

243.jpg▲ຮູບພາບ: ໃນວັນທີ 13 ມິຖຸນາ,  ພິທີເປີດວັນມໍລະດົກທຳມະຊາດ ແລະ ວັດທະນະທຳໄດ້ຈັດຂຶ້ນ ທີ່ນະຄອນກຸ້ຍລິນ, ພາກໃຕ້ຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນ.

ນອກຈາກມີລັດທະບັນໄດ້ຮັກສາທຳມະຊາດ ແລະ ມໍລະດົກວັດທະນາທຳແລ້ວ,  ຍັງມີບຸກຄົນໄດ້ເຂົ້າຮ່ວມໂຄສະນາໃນການຮັກສາມໍລະດົກວັດ.

ໃນໄລຍະກິດຈະກຳ, ຍັງໄດ້ຈັດພິທີມອບລາງວັນ ເພື່ອຕອບແທນບຸກຄົນທີ່ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາມໍລະດົກທາງວັດທະນະທຳ.

ທ່ານ ຖັງອີ່ຈິ້ນ,  ຊາວບ້ານຄົນໜຶ່ງຢູ່ນະຄອນກຸ້ຍລິນ ທີ່ມີອາຍຸ 76 ປີ, ເຊິ່ງໄດ້ປົກປ້ອງຮັກສາວັດຖຸບູຮານທາງວັດທະນະທຳຢ່າງສຸດຄວາມສາມາດມາເປັນເວລາຫລາຍປີ. ໃນປີ 2009, ລາວໄດ້ຊື້ເຮືອນບູຮານແຫ່ງໜຶ່ງທີ່ມີຄຸນລັກສະນະຂອງດັ້ງເດີມ ຢູ່ພາກເໜືອຂອງເຂດກວາງຊີ ແລະ ຍົກຍ້າຍເຂົາເຈົ້າ, ເພື່ອຫລີກລ້ຽງການມ້າງເພ ຍ້ອນການກໍ່ສ້າງທາງລົດໄຟ.

ເມື່ອໄດ້ຮັບລາງວັນດັ່ງກ່າວ, ທ່ານໄດ້ກ່າວດ້ວຍຄວາມຕື່ນເຕັ້ນວ່າ"ກຽດຕິຍົດນີ້ແມ່ນທັງເປັນລາງວັນແລະເປັນການກະຕຸ້ນ, ຂ້າພະເຈົ້າຈະສືບຕໍ່ການປະຕິບັດໜ້າທີ່ການປົກປັກຮັກສາມໍລະດົກທາວັດທະນະທຳ ຄືເກົ່າໃນອະນາຄົດ."

ໃນໄລຍະກິດຈະກຳ, ຫໍສະແດງມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນ ໄດ້ເປີດຕົວ ທີ່ກຸ້ຍລິນ, ໂດຍສຸມໃສ່ການສະແດງລະຄອນເພງ ແລະ ສິລະປະທ້ອງຖິ່ນ.

ໃນຊຸມປີທີ່ຜ່ານມາ , ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງພາກໃຕ້ຂອງຈີນ ໄດ້ເພີ່ມທະວີການປົກປັກຮັກສາ ແລະ ການລົງທຶນມໍລະດົກວັດທະນະທຳຢ່າງຕໍ່ເນື່ອງ.

ນັບຕັ້ງແຕ່ປີ 2018 ເປັນຕົ້ນມາ, ເຂດກວາງຊີໄດ້ລົງມືກໍ່ສ້າງຫໍພິພິທະພັນທີ່ມີສີສັນ. ອີງຕາມເຈົ້າໜ້າທີ່ຂອງພະແນກວັດທະນະທຳແລະທ່ອງທ່ຽວຂອງທ້ອງຖິ່ນກ່າວວ່າ,ຈຳນວນຫໍພິພິທະພັນຢູ່ໃນເຂດກວງຊີ ມີເຖິງ 252 ແຫ່ງ, ມີນັກທ່ອງທ່ຽວເກືອບ 20 ລ້ານຄົນຕໍ່ປີ.

结尾.jpg

ສຳນັກຂ່າວຂໍ້ມູນຂ່າວສານເສດຖະກິດຈີນ (CEIS) ແມ່ນອົງການບໍລິການດ້ານຂໍ້ມູນຂ່າວສານທາງເສດຖະກິດທີ່ມີຄວາມຊ່ຽວຊານທີ່ຂຶ້ນກັບສຳນັກຂ່າວຊິນຮວາ ແລະ ຍັງເປັນໜ່ວຍງານທົດລອງສຳ ລັບການກໍ່ສ້າງຖັງປັນຍາລະດັບສູງຂອງປະເທດຈີນ.

ເສັ້ນທາງສາຍໄໝຊິນຮວາ ຂອງ CEIS  ແມ່ນເວທີການໃຫ້ບໍລິການຂໍ້ມູນຂ່າວສານລະດັບຊາດ ເຊິ່ງສຸມໃສ່ຂໍ້ລິເລິມ“ໜຶ່ງເສັ້ນໜຶ້່ງແລວທາງ”.ຢາກຮູ້ຂໍ້ມູນຂ່າວສານເພີ່ມເຕີມເຂົ້າເວັບໄຊhttps://en.imsilkroad.com/,  ແລະ ການທົດລອງໃຊ້ຖານຂໍ້ມູນ ຂອງເສັ້ນທາງສາຍໄໝຊິນຮວາ ໂດຍບໍ່ເສຍຄ່າເຂົ້າເວັບໄຊ https://en.imsilkroad.com/register/index.html.