中华时报
关闭

中华时报APP, 全新登场!

点击下载

ອຸດສາຫະກຳການຈັດສົ່ງສິນຄ້າດ່ວນພັດທະນາຢູ່ຕ່າງປະເທດ ກຸ່ມບໍລິສັດ BEST ເລັ່ງການສ້າງຊ່ອງທາງສົ່ງສິນຄ້າດ່ວນໃນຕະຫຼາດອາຊີຕາເວັນອອກສ່ຽງໃຕ້

开头.jpg

ໃນວັນທີ 12 ທີ່ນະຄອນຫຼວງບາງກອກ, ຕາມຂ່າວຊີນຮວາ (ນັກຂ່າວ: ເຮີນຊຽນ)--ການລະບາດຂອງພະຍາດໂຄວິດ-19ແບບກະທັນຫັນໃນປີ2020ກຳລັງແຜ່ຂະຫຍາຍໄປທົ່ວໂລກ,ແລະມັນໄດ້ສ້າງຄວາມເສຍຫາຍຢ່າງຮ້າຍແຮງໃຫ້ແກ່ເສດຖະກິດຂອງບັນດາປະເທດ.ການເຊື່ມໂຍງກັນລະຫວ່າງສາກົນທີ່ມີຄວາມຈະເລີນຮຸ່ງເຮືອງໃນໄລຍະທີ່ຜ່ານມາກໍ່ໄດ້ກ້າວເຂົ້າສູ່ສະພາບທີ່ຕົກຕໍ່າຍ້ອນການລະບາດພະຍາດ ແລະ ການປິດອຸດສາຫະກຳການບິນ.ໂດຍປະເຊີນໜ້າກັບບັນຫາທີ່ຫຍຸ້ງຍາກດັ່ງກ່າວ, ບັນດາບໍລິສັດຈັດສົ່ງສິນຄ້າດ່ວນຂອງຈີນໄດ້ຄົ້ນຫາທ້ອງຟ້າຂອງພວກເຂົາເອງ ໃນຂະນະທີ່ໂລກເຂົ້າສູ່ຮູບແບບ“ສະພາບປົກກະຕິແບບໃໝ່”ຫຼັງຈາກການລະບາດພະຍາດ.

"ການປ່ຽນແປງຕົ້ນຕໍທີ່ເກີດຂື້ນໂດຍ ການລະບາດພະຍາດ ແມ່ນຄວາມສາມາດໃນການຂົນສົ່ງແມ່ນເຄັ່ງຕຶງຫຼາຍກວ່າເກົ່າ.ແຕ່ກ່ອນມີຈຳນວນເຮືອບິນໂດຍສານພຽງພໍແລະການຄົມມະນາຄົມທາງບົກໄດ້ສະດວກສະບາຍ,ຫລັງຈາກເກີດການລະບາດພະຍາດ,ການຂົນສົ່ງຂ້າມຊາຍແດນກາຍເປັນສິ່ງທ້າທາຍອັນຍິງໃຫຍ່."ທ່ານຊຽນເວີຍ,ຮອງຜູ້ອຳນວຍການຂອງພະແນກວຽກງານສາກົນຂອງກຸ່ມບໍລິສັດBest,ທັງເປັນຜູ້ອຳນວຍການບໍລິສັດໃນອາຊີຕາເວັນອອກສ່ຽງໃຕ້ ກ່າວວ່າ,ກຸ່ມບໍລິສັດBestທີ່ໄດ້ເຂົ້າສູ່ບັນດາປະເທດນອາຊີຕາເວັນອອກສ່ຽງໃຕ້ລ້ວນແຕ່ມີທຸລະກິດຂົນສົ່ງຂ້າມຊາຍແດນກັບປະເທດຈີນ,ທຸລະກິດການຈັດສົ່ງສິນຄ້າດ່ວນແມ່ນສືບຕໍ່ເພີ່ມຂື້ນໃນໄລຍະການລະບາດພະຍາດ,ແຕ່ຄວາມສາມາດການຂົນສົ່ງລະຫວ່າງສາກົນຫຼຸດລົງໄດ້ນຳຄວາມກົດດັນແລະສິ່ງທ້າທາຍມາສູ່ການຂົນສົ່ງຂ້າມຊາຍແດນ.

333.jpg

ໃນເດືອນມັງກອນ2019,ກຸ່ມບໍລິສັດBestໄດ້ເປີດບໍລິການຈັດສົ່ງດ່ວນໃນປະເທດໄທຢ່າງເປັນທາງການ,ໄດ້ສຳເລັດການສຳເນົາຮູບແບບຂອງກຸ່ມບໍລິສັດBestທີ່ປະເທດຈີນໄປໄທ,ແລະກາຍເປັນບໍລິສັດການຈັດສົ່ງດ່ວນແຫ່ງທຳອິດໃນປະເທດໄທທີ່ອະນຸຍາດໃຫ້ມິສິດຈຳໜ່າຍຕົວແທນ.ເມື່ອຮອດທ້າຍເດືອນມີນາ2020,ກຸ່ມບໍລິສັດBestໄດ້ບັນລຸການຄຸ້ມຄອງເຄືອຂ່າຍຈັດສົ່ງດ່ວນໃນປະເທດໄທ100%ຢ່າງເຕັມທີ່,ໂດຍໃຫ້ບໍລິການຈັດສົ່ງດ່ວນຜ່ານປະຕູເຖິງປະຕູທີ່ມີປະສິດທິຜົນໃນ77ແຂວງທົ່ວປະເທດໄທ.ໃນຂະນະດຽວກັນກັບການຂະຫຍາຍຕົວຢ່າງໄວວາຂອງທຸລະກິດໃນປະເທດໄທ,ເຄືອຂ່າຍການຈັດສົ່ງສິນຄ້າດ່ວນຂອງບໍລິສັດBestໃນປະເທດມາເລເຊຍ,ກຳປູເຈຍແລະສິງກະໂປກໍ່ໄດ້ເປີດຕົວຢ່າງເປັນທາງການໃນຕົ້ນເດືອນນີ້.

"ກ່ຽວກັບແຜນການໃນອະນາຄົດໃນປະເທດໄທແລະອາຊີຕາເວັນອອກສ່ຽງໃຕ້,ໃນໄລຍະສັ້ນ,ມັນຈຳເປັນຕ້ອງໄດ້ບັນລຸການເຕີບໃຫຍ່ຢ່າງວ່ອງໄວແລະການຄຸ້ມຄອງຢ່າງກວ້າງຂວາງຂອງອາຊີຕາເວັນອອກສຽງໃຕ້ທັງໝົດ;ໃນຂະນະດຽວກັນ,ນຳເຂົ້າເຕັກໂນໂລຢີແລະຮູບແບບການດຳເນີງານພາຍໃນປະເທດເພື່ອຍົກລະດັບການບໍລິການດ້ານການຈັດສົ່ງໃນອາຊີຕາເວັນອອກສ່ຽງໃຕ້.ໃນໄລຍະຍາວ,ຕ້ອງພັດທະນາດ້ານບູກຄະລະກອນແລະບໍລິການໃຫ້ມີລັກສະນະທ້ອງຖິ່ນ,ໃຫ້ການບໍລິການລະບົບຕ່ອງໂສ້ການສະໜອງຄົບຊຸດ,ປັບປຸງການຈັດສົ່ງທີ່ສະຫຼາດ,ແລະພະຍາຍາມກາຍເປັນວິສາຫະກິດດ້ານການຈັດສົ່ງທີ່ນຳໜ້າໃນຕະຫຼາດຕ່າງໆ".ທ່ານຊຽນເວີຍສະແດງວ່າ,ເປົ້າໝາຍຂອງບໍລິສັດປີນີ້ແມ່ນເພື່ອບັນລຸປະລິມານທຸລະກິດໃນປະເທດໄທເພີ່ມຂື້ນ5ເທົ່າ,ແລະມີແຜນການທີ່ຈະເຂົ້າສູ່ອິນໂດເນເຊຍແລະຟີລິບປິນເພື່ອບັນລຸການສ້າງເຄືອຂ່າຍເຊື່ອມໂຍມກັນລະຫວ່າງເອເຊຍຕາເວັນອອກສ່ຽງໃຕ້.

ໃນຊຸມປີທີ່ຜ່ານມາ,ບໍລິສັດຈັດສົ່ງສິນຄ້າດ່ວນພາຍໃນປະເທດທີ່ມີຊື່ສຽງເຊັ່ນບໍໍລິສັດSF Express,ZhongtongແລະJD.comໄດ້ເຂົ້າສູ່ຕະຫຼາດອາຊີຕາເວັນອອກສ່ຽງໃຕ້.ເພື່ອແຕກແຍກອອກຈາກອ້ອມຮອບການແຂ່ງຂັນທີ່ຮຸນແຮງຈາກບັນດາບໍລິສັດທ້ອງຖິ່ງແລະບໍລິສັດເພື່ອນມິດພາຍໃນປະເທດ,ກຸ່ມບໍລິສັດBestໄດ້ສຸມໃສ່ການສ້າງທ່າແຮງການແຂ່ງຂັນໃນສາມດ້ານໃນຕະຫຼາດອາຊີຕາເວັນອອກສ່ຽງໃຕ້."ກ່ອນອື່ນໝົດ,ພວກເຮົາຕ້ອງສຸມໃສ່ການສ້າງຜະລິດຕະພັນການບໍລິການທີ່ມີປະສິດຕິພາບສູງແລະສະໜອງການບໍລິການຮັບເອົາເຄື່ອງຝາກທີ່ສະຖານທີ່ໂດຍບໍ່ເສຍຄ່າຢູ່ທົ່ວປະເທດໄທ.ອັນທີສອງ,ໃຫ້ບໍລິການສາງແລະການແຈກຢາຍແບບປະສົມປະສານເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍຕື່ມອີກແລະປັບປຸງປະສິດທິພາບໃຫ້ກັບລູກຄ້າ.ພ້ອມກັນນັ້ນ,ເອົາປະສົບການດ້ານການຈັດສົ່ງຂອງການຄ້າທາງອີເລັກໂທຣນິກພາຍໃນປະເທດເພື່ອສະໜອງການເຕັນໂນໂລຢີແລະປະສົບການດຳເນີນງານ,ປັບປຸງລະດັບການຈັດສົ່ງລະບົບຕ່ອງໂສ້ການສະໜອງໂດຍລວມ."ທ່ານຊຽນເວີຍສະແດງວ່າ,ໃນຂະນະທີ່ສຸມໃສ່ການຍົກໃຫ້ເຫັນຄຸນລັກສະນະຂອງບໍລິສັດ,ມັນຍັງຕ້ອງໄດ້ຮັບມືກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍຫຼາຍຢ່າງ--ນອກຈາກພື້ນຖານໂຄງລ່າງທ້ອງຖິ່ນທີ່ຂ້ອນຂ້າງຫຼ້າຫລັງ,ການຊອກຫາຜູ້ຊ່ຽວຊານໃນທ້ອງຖິ່ນທີ່ມີປະສົບການແລະຮູ້ພາສາ,ແລະສ້າງແຜນການອີງໃສ່ກົດໝາຍແລະນະໂຍບາຍທ້ອງຖິ່ນເພື່ອແກ້ໄຂບນຫາຕ່າງໆລ້ວນແຕ່ແມ່ນວຽກງານສຳຄັນ.

777.jpg

ໃນຊຸມປີມໍ່ໆມານີ້ການກໍ່ສ້າງພື້ນຖານໂຄງລ່າງຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ ແລະ ຕະຫຼາດການຄ້າເອເລັກໂຕຣນິກໄດ້ພັດທະນາຢ່າງໄວວາ.ພາຍໃຕ້ສະພາບການດັ່ງກ່າວ, ກຸ່ມບໍລິສັດ Bestສືບຕໍ່ພະຍາຍາມຢ່າງຕັ້ງໜ້າເພື່ອສ້າງເຄືອຂ່າຍຂົນສົ່ງໃນບັນດາປະເທດໃຫຍ່ໃນອາຊີຕາເວັນອອກສ່ຽງໃຕ້. ພ້ອມກັນນັ້ນ, ກຸ່ມບໍລິສັດ Best ຍັງສົ່ງເສີມການກໍ່ສ້າງຊ່ອງທາງຂົນສົ່ງຈາກສປຈີນເຖິງໄທ, ຫວຽດນາມ, ມາເລເຊຍ, ສິງກະໂປ, ແລະ ກຳປູເຈຍ, ບັນລຸເປົ້າໝາຍການຂົນສົ່ງທາງທະເລ, ທາງບົກແລະທາງອາກາດກັບອາຊີຕາເວັນອອກສ່ຽງໃຕ້, ອຳຍວຍບໍລິການຂົນສົ່ງຂ້າມຊາຍແດນທີ່ແບບຄົບວົງຈອນ ໃຫ້ກັບລູກຄ້າທາງການຄ້າເອເລັກໂທຣນິກ. ສົ່ງເສີມໃຫ້ສິນຄ້າຕ່າງປະເທດເຂົ້າສູ່ຕະຫລາດຈີນແລະສິນຄ້າຈີນສູ່ຕະຫລາດສາກົນຢ່າງສະດວກສະບາຍ.

ນັບຕັ້ງແຕ່ການຕັ້ງຖິ່ນຖານຄັ້ງທຳອິດໃນປະເທດໄທເມື່ອສອງປີກ່ອນ, ກຸ່ມບໍລິສັດ Best ຍັງມີແຜນທີ່ຈະດຳເນີນທຸລະກິດທີ່ຈັດສົ່ງສິນຄ້າດ່ວນຢູ່ປະເທດຫວຽດນາມ, ມາເລເຊຍ,   ກຳປູເຈຍ, ແລະ   ສິງກະໂປ, ແລະ ກ໋ອບປີ້ຮູບແບບທີ່ອີງໃສ່ franchise ໄປສູ່ຕະຫຼາດຈັດສົ່ງດ່ວນໃນບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້.

ເມື່ອເວົ້າເຖິງຜົນກະທົບຂອງການລະບາດພະຍາດຕໍ່ຊີວິດຂອງປະຊາຊົນ ແລະ ການຫັນປ່ຽນຮູບແບບວິສາຫະກິດ, ທ່ານ ຊຽນເວີຍ ເຊື່ອວ່າ, ໜຶ່ງແມ່ນການປ່ຽນແປງຂອງຮູບແບບທຸລະກິດ, ການລະບາດພະຍາດໄດ້ປ່ຽນແປງ ຄວາມລຶ້ງເຄີຍໃນວີທີການການບໍລິໂພກຂອງປະຊາຊົນ, ການບໍລິໂພກໃນອິນເຕີເນັດໄດ້ເພີ່ມຂື້ນຢ່າງຫຼວງຫຼາຍ. ສອງແມ່ນການຫັນຮຸບແບບວິສາຫະກິດ,    ວິສາຫະກິດເລັ່ງການປະສານການຮູບແບບດັ້ງເດີນ ແລະ ຮຸບແບບການທາງອອນລາຍ. ການປ່ຽນແປງການຮຸບແບບທຸລະກິດ ແລະ ວິສາຫະກິດໄດ້ຊຸກຍູ້ການພັດທະນາການຂົນສົ່ງສິນຄ້າ. ທ່ານ ຊຽນເວີຍ ກ່າວວ່າ, "ນີ້ແມ່ນຂະບວນການ ຊ່ວຍເຫຼືອເຊີ່ງກັນແລະກັນ ເຊິ່ງຈະມີຜົນດີຕໍ່ອຸດສາຫະກຳທັງໝົດ. ແລະ ຈະສົ່ງເສີປະສິດທິພາບ ແລະ ການຫຼຸດລົງຄ່າໃຊ້ຈ່າຍ ໃນອຸດສະຫະກຳການຂົນສົ່ງທົ່ວອາຊີຕາເວັນອອກສ່ຽງໃຕ້. ກຸ່ມບໍລິສັດ Best ໄດ້ປະກອບສ່ວນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ ແລະຍົກລະດັບການບໍລິການດ້ານການຂົນສົ່ງໃນອາຊີຕາເວັນອອກສຽງໃຕ້.” 

结尾.jpg

ສຳນັກຂ່າວຂໍ້ມູນຂ່າວສານເສດຖະກິດຈີນ (CEIS) ແມ່ນອົງການບໍລິການດ້ານຂໍ້ມູນຂ່າວສານທາງເສດຖະກິດທີ່ມີຄວາມຊ່ຽວຊານທີ່ຂຶ້ນກັບສຳນັກຂ່າວຊິນຮວາ ແລະ ຍັງເປັນໜ່ວຍງານທົດລອງສຳ ລັບການກໍ່ສ້າງຖັງປັນຍາລະດັບສູງຂອງປະເທດຈີນ.

ເສັ້ນທາງສາຍໄໝຊິນຮວາ ຂອງ CEIS  ແມ່ນເວທີການໃຫ້ບໍລິການຂໍ້ມູນຂ່າວສານລະດັບຊາດ ເຊິ່ງສຸມໃສ່ຂໍ້ລິເລິມ“ໜຶ່ງເສັ້ນໜຶ້່ງແລວທາງ”.ຢາກຮູ້ຂໍ້ມູນຂ່າວສານເພີ່ມເຕີມເຂົ້າເວັບໄຊhttps://en.imsilkroad.com/,  ແລະ ການທົດລອງໃຊ້ຖານຂໍ້ມູນ ຂອງເສັ້ນທາງສາຍໄໝຊິນຮວາ ໂດຍບໍ່ເສຍຄ່າເຂົ້າເວັບໄຊ https://en.imsilkroad.com/register/index.html.