中华时报
关闭

中华时报APP, 全新登场!

点击下载

ໃນ6ເດືອນຕົ້ນປີ, ການຄ້າລະຫວ່າງຈີນ - ອາຊຽນໄດ້ເພີ່ມຂຶ້ນ 5,6%

开头.jpgສະມາຄົມປຊາຊາດອາຊີຕາເວັນອອກສຽງໃຕ້(ອາຊຽນ)ກາຍເປັນຄູ່ການຄ້າໃຫຍ່ທີ່ສຸດຂອງຈີນໃນ 6 ເດືອນຕົ້ນປີນີ້, ເຊິ່ງກວມເອົາ14.7 %ຂອງປະລິມານການຄ້າຕ່າງປະເທດຂອງປະເທດທັງໝົດ,ທ່າມກາງການຍົກລະດັບອະນຸສັນຍາເຂດການຄ້າເສລີແລະການຮ່ວມມືລະບົບຕ່ອງໂສ້ການສະໜອງ.

ໃນ6ເດືອນຕົ້ນປີ,ມູນຄ່າການຄ້າລະຫວ່າງຈີນແລະອາຊຽນໄດ້ບັນລຸ 2.09 ພັນຕື້ຢວນ (ປະມານ 299 ຕື້ໂດລາສະຫະລັດ) , ເຊິ່ງເພີ່ມຂື້ນ 5.6% ຕໍ່ປີ.ຂໍ້ມູນຈາກກົມໃຫຍ່ພາສີ (GAC)ສະແດງໃຫ້ເຫັນໃນວັນອັງຄານນີ້, ການສົ່ງອອກໄປອາຊຽນເພີ່ມຂື້ນ 3.4 %ເປັນມູນຄ່າ 1.15 ພັນຕື້ຢວນ, ສ່ວນການນຳເຂົ້າເພີ່ມຂຶ້ນ 8.5 %ເປັນມູນຄ່າ 938.57 ຕື້ຢວນ.

ທ່ານ ຫຼີໄຂວເວີນ, ໂຄສົກຂອງ GAC ກ່າວວ່າ,ອີງຕາມຂໍ້ຕົກລົງທີ່ໄດ້ຍົກລະດັບລະຫວ່າງຈີນກັບເຂດການຄ້າເສລີອາຊຽນ, ການຄ້າຜະລິດຕະພັນກະສິກຳກັບບັນດາປະເທດສະມາຊິກອາຊຽນໄດ້ສືບຕໍ່ຂະຫຍາຍຕົວ, ເຊິ່ງໄດ້ສົ່ງເສີມການເຕີບໂຕຂອງການຄ້າໃນລະດັບໃດໜຶ່ງ. ຂໍ້ຕົກລົງດັ່ງກ່າວມີຜົນສັກສິດໃຊ້ໃນເດືອນຕຸລາ 2019. ໃນ 6 ເດືອນຕົ້ນປີ, ການຄ້າຜະລິດຕະພັນກະສິກຳລະຫວ່າງສອງປະເທດເພີ່ມຂຶ້ນ 13.2%.

12.jpg

▲ພາບຖ່າຍທາງອາກາດທີ່ຖ່າຍໃນວັນທີ 26 ພຶດສະພາ 2020, ສະແດງໃຫ້ເຫັນລົດໄຟຂົນສົ່ງສິນຄ້າຈີນ - ເອີຣົບທີ່ບັນທຸກເຄື່ອງຈັກ, ຜ້າແລະຜະລິດຕະພັນໄຟຟ້າແສງຕາເວັນ ໄດ້ອອກຈາກສູນການຂົນສົ່ງຂອງເມືອງ ຫາຍອ່ານ, ແຂວງ ຈ່ຽງຊູ ໃນພາກຕາເວັນອອກຂອງຈີນ, ໄປຮອດຮ່າໂນ້ຍຂອງປະເທດຫວຽດນາມ.(ສຳນັກຂ່າວຊິນຮວາ/ທ່ານ ຈີ້ຊູນເພີງ)

ທ່ານ ຫຼີ ກ່າວວ່າ, ກຳລົງແຮງຍູ້ການຄ້າອີກອັນໜຶ່ງຂອງສອງຝ່າຍແມ່ນການເຊື່ອມໂຍງເຂົ້າກັນໃນອຸດສາຫະກຳການຜະລິດເອເລັກໂຕຣນິກລະຫວ່າງຈີນແລະບັນດາປະເທດເຊັ່ນ: ຫວຽດນາມ, ມາເລເຊຍແລະສິງກະໂປຕາມຕ່ອງໂສ້ການສະໜອງທົ່ວໂລກ. ເອົາ ວົງຈອນປະສົມລວມເປັນຕົວຢ່າງ, ໄດ້ເຫັນການນຳເຂົ້າແລະສົ່ງອອກໄປອາຊຽນເພີ່ມຂຶ້ນ 23.8 %ແລະ 29.1 %ໃນໄລຍະເວລາ.

ໃນໄລຍະດຽວກັນ, ມູນຄ່າການຄ້າຂອງຈີນກັບຫວຽດນາມໄດ້ເພີ່ມຂຶ້ນ 18.1 %, ເຊິ່ງເຮັດໃຫ້ມູນຄ່າການຄ້າສອງຝ່າຍຂຶ້ນສູ່ອັນດັບທີ່ໜຶ່ງ ໃນບັນດາສະມາຊິກອາຊຽນ, ສ່ວນມູນຄ່າການຄ້າກັບໄທໄດ້ເພີ່ມຂຶ້ນ 9.2%.

结尾.jpg

ສຳນັກຂ່າວຂໍ້ມູນຂ່າວສານເສດຖະກິດຈີນ (CEIS) ແມ່ນອົງການບໍລິການດ້ານຂໍ້ມູນຂ່າວສານທາງເສດຖະກິດທີ່ມີຄວາມຊ່ຽວຊານທີ່ຂຶ້ນກັບສຳນັກຂ່າວຊິນຮວາ ແລະ ຍັງເປັນໜ່ວຍງານທົດລອງສຳ ລັບການກໍ່ສ້າງຖັງປັນຍາລະດັບສູງຂອງປະເທດຈີນ.

ເສັ້ນທາງສາຍໄໝຊິນຮວາ ຂອງ CEIS ແມ່ນເວທີການໃຫ້ບໍລິການຂໍ້ມູນຂ່າວສານລະດັບຊາດ ເຊິ່ງສຸມໃສ່ຂໍ້ລິເລິມ“ໜຶ່ງເສັ້ນໜຶ້່ງແລວທາງ”.ຢາກຮູ້ຂໍ້ມູນຂ່າວສານເພີ່ມເຕີມເຂົ້າເວັບໄຊhttps://en.imsilkroad.com/,  ແລະ ການທົດລອງໃຊ້ຖານຂໍ້ມູນ ຂອງເສັ້ນທາງສາຍໄໝຊິນຮວາ ໂດຍບໍ່ເສຍຄ່າເຂົ້າເວັບໄຊ https://en.imsilkroad.com/register/index.html.