中华时报
关闭

中华时报APP, 全新登场!

点击下载

ທາງລົດໄຟລາວ - ຈີນໄດ້ສຳເລັດການຕິດຕັ້ງຄານຂົວຂ້າມແມ່ນໍ້າຂອງທັງສອງແຫ່ງ

开头.jpg

ບໍລິສັດທາງລົດໄຟລາວ - ຈີນຈຳກັດ (LCRC), ເປັນບໍລິສັດຮ່ວມທຶນທີ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງວຽງຈັນ, ໄດ້ຮັບຜິດຊອບວຽກງານກໍ່ສ້າງ ແລະ ດຳເນີນງານຂອງທາງລົດໄຟດັ່ງກ່າວ, ບໍລິສັດໄດ້ບອກໃຫ້ສຳນັກຂ່າວຊິນຮວາໃນວັນພະຫັດນີ້ວ່າ, ຄານຂົວຂ້າມແມ່ນໍ້າຂອງທັງສອງແຫ່ງໄດ້ສຳເລັດການຕິດຕັ້ງແລ້ວ.

ໃນວັນສຸກອາທິດແລ້ວນີ້, ຂາງຂົວອັດແຮງໂຕ T ທີ່ມີຄວາມຍາວ 24 ແມັດທີ່ສຸດທ້າຍໄດ້ຕິດຕັ້ງຢູ່ເທິງເສົາຂົວຂ້າມແມ່ນ້ໍ້າຂອງບ້ານລາດຫານ, ເຊິ່ງຫ່າງຈາກຕອນເໜືອນະຄອນຫຼວງວຽງຈັນປະມານ 230 ກິໂລແມັດ, ວຽກງານການຕິດຕັ້ງຄານຂົວຂ້າມແມ່ນໍ້າຂອງທັງສອງແຫ່ງທີ່ໃຫຍ່ສຸດຂອງທາງລົດໄຟລາວ-ຈີນໄດ້ດຳເນີນ ໂດຍກຸ່ມບໍລິສັດວິສະວະກຳທາງລົດໄຟເລກ 8 (CREC-8) ໄດ້ຮັບສຳເລັດແລ້ວ. 

ທາງລົດໄຟລາວ - ຈີນໄດ້ຂ້າມແມ່ນໍ້າຂອງສອງຄັ້ງຮອດພາກເໜືອຂອງຫຼວງພະພາງປະເທດລາວ ເຊິ່ງຫ່າງຈາກນະຄອນຫຼວງວຽງຈັນປະມານ 230 ກິໂລແມັດ.

continuous beam ຂອງຂົວຫລວງພະບາງໄດ້ປິດອັດໃນວັນທີ 28 ກໍລະກົດ 2019, ສ່ວນການຕິດຕັ້ງຂາງຂົວອັດແຮງໂຕ T ໄດ້ສຳເລັດໃນວັນທີ 23 ເມສາ 2020, ແລະ continuous beam ຂອງຂົວຂ້າມແມ່ນໍ້າຂອງບ້ານລາດຫານ ໄດ້ປິດອັດໃນວັນທີ 1 ເມສານີ້.

ຂົວບ້ານລາດຫານມີຄວາມຍາວ 1,652 ແມັດ, ມີ 45 ໄລຍະກວ້າງເຊິ່ງໄດ້ເຊື່ອມຕໍ່ສອງເວທີ ແລະ  44 ເສົາຂົວ. ເສົາຂົວຫຼັກທີ່ທັງໝົດທີ່ມີຄວາມສູງເຖິງ 57.5 ແມັດເຊິ່ງໄດ້ຕັ້ງຢູ່ໃຈກາງແມ່ນໍ້າຂອງຕາມທາງລົດໄຟລາວ - ຈີນ.

1.jpg▲ໃນວັນທີ 3 ກໍລະກົດ 2020 ທີ່ນະຄອນຫຼວງວຽງຈັນ, ວິຊາການກໍ່ສ້າງຈີນເຂົ້າຮ່ວມພິທີເປີດການກໍ່ສ້າງສະຖານີນະຄອນຫຼວງວຽງຈັນຂອງທາງລົດໄຟລາວ - ຈີນ.

ອີງຕາມທ່ານ ຈ່າງເຈ່ຍຫອງ, ຜູ້ຈັດການໂຄງການຂອງ CREC-8 ເຫັນວ່າ, ຂົວບ້ານລາດຫານ ເປັນຂົວທີ່ມີເສົາສູງສຸດ ແລະກວ້າງສຸດໃນທາງລົດໄຟຈີນ - ລາວ, ມີຄວາມສ່ຽງດ້ານຄວາມປອດໄພສູງແລະມີຄວາມຫຍຸ້ງຍາກໃນການກໍ່ສ້າງ.

ທ່ານຈ່າງເຈ່ຍຫອງ ກ່າວຕໍ່ສຳນັກຂ່າວຊິນຮວາ ໃນວັນພະຫັດວ່າ ທີມງານຂອງລາວໄດ້ເອົາຊະນະສະພາບອາກາດຮ້ອນ, ພະຍຸ ແລະ ຝົນຕົກແຮງໃນລະດູຝົໃນການເຮັດວຽກຂອງພວກເຂົາ.

ນັກວິສະວະກອນຈີນກ່າວວ່າ: ເພື່ອຮັບປະກັນມາດຕະຖານ, ຄຸນນະພາບແລະປະສິດທິຜົນສູງໃນການກໍ່ສ້າງ, ພະແນກໂຄງການໄດ້ປະຕິບັດຂໍ້ກຳນົດການກໍ່ສ້າງແລະມາດຕະການປ້ອງກັນພະຍາດCOVID-19 ຢ່າງເຂັ້ມງວດ.

ທາງລົດໄຟລາວ - ຈີນແມ່ນໂຄງການເຊື່ອມຕໍ່ລະຫວ່າງ ຂໍ້ລິເລີ່ມ ໜຶ່ງເສັ້ນໜຶ່ງແລວທາງ ກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ.

ທາງລົດໄຟມີຄວາມຍາວກວ່າ 400 ກິໂລແມັດ, ມີອຸໂມງ 198 ກິໂລແມັດ ແລະ ຂົວ 62 ກິໂລແມັດ, ເຊິ່ງແລ່ນຈາກຕອນເໜືອທີ່ດ່ານຊາຍແດນບໍເຕັມລະຫວ່າງລາວ-ຈີນ, ໄປສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນດ້ວຍຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ.

结尾.jpg

ສຳນັກຂ່າວຂໍ້ມູນຂ່າວສານເສດຖະກິດຈີນ (CEIS) ແມ່ນອົງການບໍລິການດ້ານຂໍ້ມູນຂ່າວສານທາງເສດຖະກິດທີ່ມີຄວາມຊ່ຽວຊານທີ່ຂຶ້ນກັບສຳນັກຂ່າວຊິນຮວາ ແລະ ຍັງເປັນໜ່ວຍງານທົດລອງສຳ ລັບການກໍ່ສ້າງຖັງປັນຍາລະດັບສູງຂອງປະເທດຈີນ.

ເສັ້ນທາງສາຍໄໝຊິນຮວາ ຂອງ CEIS  ແມ່ນເວທີການໃຫ້ບໍລິການຂໍ້ມູນຂ່າວສານລະດັບຊາດ ເຊິ່ງສຸມໃສ່ຂໍ້ລິເລິມ“ໜຶ່ງເສັ້ນໜຶ້່ງແລວທາງ”.ຢາກຮູ້ຂໍ້ມູນຂ່າວສານເພີ່ມເຕີມເຂົ້າເວັບໄຊhttps://en.imsilkroad.com/,  ແລະ ການທົດລອງໃຊ້ຖານຂໍ້ມູນ ຂອງເສັ້ນທາງສາຍໄໝຊິນຮວາ ໂດຍບໍ່ເສຍຄ່າເຂົ້າເວັບໄຊ https://en.imsilkroad.com/register/index.html.