中华时报
关闭

中华时报APP, 全新登场!

点击下载

GDP ຂອງຈີນໄດ້ເຕີບໂຕ 3.2%ໃນໄຕມາດທີສອງ

开头.jpg

ວັນທີ 16 ກໍລະກົດນີ້ທີ່ນະຄອນຫຼວງປັກກິ່ງ(ຕາມຂ່າວຊີນຮວາ)-- ໃນວັນພະຫັດນີ້, ຂໍ້ມູນທາງການສະແດງໃຫ້ເຫັນວ່າ, ຫລັງຈາກການຄຸ້ມຄອງການລະບາດພະຍາດໂຄວິດ-19 ຢ່າງມີປະສິດຕິຜົນ, ເສດຖະກິດຂອງຈີນໄດ້ເຕີບໂຕຂະຫຍາຍຕົວໃນໄຕມາດທີ 2 ໃນປີນີ້ ຍ້ອນວ່າປະເທດກຳລັງຄ່ອຍໆຟື້ນຟູຄືນໃໝ່ວຽກງານແລະການຜະລິດ.

ອີງຕາມຂໍ້ມູນຈາກກົມສະຖິຕິແຫ່ງຊາດ(NBS)., ຍອດຜະລິດຕະພັນພາຍໃນ (GDP) ໄດ້ເພີ່ມຂື້ນ 3,2% ຕໍ່ປີໃນໄຕມາດທີສອງ.

2.jpg

▲ຮູບພາບຖ່າຍທາງອາກາດທີ່ຖ່າຍໃນວັນທີ 29 ເມສາ 2020 ສະແດງໃຫ້ເຫັນຂົວຂ້າມແມ່ນໍ້າເຟີຍຫຼອງຫູອູ່ຈ່ຽງ ທີ່ກຳລັງກໍ່ສ້າງຢູ່ແຂວງກຸ່ຍໂຈ່ວພາກຕາເວັນຕົກສຽງໃຕ້ຂອງຈີນ.

NBS ໄດ້ລະບຸວ່າ, ເນື່ອງຈາກຜົນກະທົບຈາກພະຍາດໂຄວິດ-19, GDP ຂອງປະເທດໃນ 6 ເດືອນຕົ້ນປີນີ້ບັນລຸ 45.66 ພັນຕື້ຢວນ (ປະມານ 6,53 ພັນຕື້ໂດລາສະຫະລັດ) ເຊິ່ງຫລຸດລົງຈາກປີກ່ອນ 1,6%.

ຂໍ້ມູນໄດ້ສະແດງໃຫ້ເຫັນ, ຜົນຜະລິດຂອງອຸດສາຫະກຳທີ່ໜຶ່ງເພີ່ມຂື້ນ 0.9%ຕໍ່ປີ, ຂະແໜງການບໍລິການແລະອຸດສາຫະກຳຂັ້ນສອງຫຼຸດລົງ 1.6%ແລະ 1.9% ຕາມລຳດັບ.

NBS ໄດ້ລະບຸວ່າ, ເສດຖະກິດຈີນໄດ້ເອົາຊະນະຜົນກະທົບທີ່ບໍ່ດີຂອງການລະບາດພະຍາດໃນຫົກເດືອນຕົ້ນປີແລະຄ່ອຍໆສະແດງໃຫ້ເຫັນເຖິງຈັງຫວະຂອງການຟື້ນຟູຄືນໃໝ່ເທື່ອລະກ້າວ, ເຊິ່ງສະແດງໃຫ້ເຫັນເຖິງຄວາມຕ້ານທານແລະກຳລັງຂອງການພັດທະນາ.

3.jpg

▲ຮູບພາບທາງອາກາດທີ່ຖ່າຍໃນວັນທີ 15 ເມສາ 2020, ສະແດງໃຫ້ເຫັນວິຊາການທີ່ເຮັດວຽກຢູ່ສະຖານທີ່ການກໍ່ສ້າງຂອງສະຖານີຖານ 5G ໃນ ຊອງຊີ້ງ, ພາກຕາເວັນຕົກສຽງໃຕ້ຂອງຈີນ.

ຍ້ອນວ່າໂຮງງານໄດ້ເພີ່ມການຜະລິດ ພາຍໃຕ້ການຄວບຄຸມການລະບາດພະຍາດ, ມູນຄ່າເພີ່ມອຸດສາຫະກຳ ຂອງຈີນເຊິ່ງເປັນດັດຊະນີດ້ານເສດຖະກິດທີ່ສຳຄັນໄດ້ເພີ່ມຂື້ນ 4.4% ຕໍ່ປີໃນໄຕມາດທີສອງ.

ການລົງທືນໃນການພັດທະນາອະສັງຫາລິມະຊັບໄດ້ເພີ່ມຂື້ນ 1.9 %ຕໍ່ປີໃນຫົກເດືອນຕົ້ນປີ,  ສ່ວນໃນໄລຍະເດືອນມັງກອນ - ເດືອນມີນາໄດ້ຫຼຸດລົງ 7.7%.

ດັດຊະນີການຜະລິດຂອງອຸດສາຫະກຳບໍລິການຂອງຈີນເພີ່ມຂື້ນ 2.3%ຕໍ່ປີໃ ນເດືອນມິຖຸນາຍ້ອນວ່າກິດຈະ ກຳທາງເສດຖະກິດສືບຕໍ່ຟື້ນຟູຕົວ.

ຍອດຂາຍຍ່ອຍໄດ້ຫຼຸດລົງ 3.9% ຕໍ່ປີໃນໄຕມາດທີສອງ. ໃນ 6 ເດືອນຕົ້ນປີ, ການລົງທືນຂອງຊັບສິນຄົງທີ່ຫຼຸດລົງ 3,1% ສ່ວນໃນ 5 ເດືອນຕົ້ນປີໄດ້ຫຼຸດລົງ 6,3%.

ຂໍ້ມູນໃນວັນພະຫັດຍັງສະແດງໃຫ້ເຫັນວ່າ, ຕະຫລາດການວຽກເຮັດງານທຳຂອງຈີນໄດ້ປັບປຸງດີຂຶ້ນເລັກນ້ອຍໃນເດືອນມິຖຸນາ, ອັດຕາການຫວ່າງງານໃນເຂດຕົວເມືອງທີ່ຖືກສຳຫຼວດແມ່ນ 5,7%, ເຊິ່ງໄດ້ຫຼຸດລົງ 0.2%

ທຽບກັບເດືອນກ່ອນ.

4.jpg

▲ຮູບຖ່າຍໃນໃນວັນທີ 20 ມິຖຸນາ 2020, ສະແດງໃຫ້ເຫັນງານວາງສະແດງວຽກເຮັດງານທໍາຢູ່ນະຄອນຊາງຊາ, ແຂວງຫູໜານໃນພາກກາງຂອງຈີນ. 

ໂຄສົກຂອງ NBS ທ່ານ ຫຼີວອ້າຍຮວາ ກ່າວວ່າ, ມັນບໍ່ແມ່ນເລື່ອງງ່າຍສຳລັບປະເທດຈີນທີ່ຈະຄວບຄຸມການລະບາດຂອງພະຍາດດັ່ງກ່າວໃນເວລາສັ້ນໆ ແລະ ປິ້ນກັບສະພາບເສດຖະກິດຕົກຕໍ່າໃຫ້ດີຂຶ້ນ.

ທ່ານ ຫຼີວອ້າຍຮວາ ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ, ຍ້ອນການລະບາດເຊື້ອໄວຣັດໃນທົ່ວໂລກຢ່າງຕໍ່ເນື່ອງ, ສະພາບການພະຍາດມີຜົນກະທົບຕໍ່ເສດຖະກິດໂລກສືບຕໍ່ພັດທະນາ, ແລະຄວາມສ່ຽງແລະສິ່ງທ້າທາຍຈາກພາຍນອກໄດ້ເພີ່ມຂື້ນຢ່າງຫຼວງຫຼາຍ, ແລະການຟື້ນຄືນໃໝ່ຂອງເສດຖະກິດຂອງຈີນຍັງຢູ່ພາຍໃຕ້ຄວາມກົດດັນ. 

ທ່ານນາງ ຫຼີວ ກ່າວວ່າ, ທ່ານຄາດວ່າເສດຖະກິດຂອງຈີນຈະສືບຕໍ່ຟື້ນຟູຄືນໃນຫົກເດືອນທ້າຍປີ ໂດຍການຟື້ນຕົວຂອງເສດຖະກິດທີ່ໝັ້ນຄົງໃນຫົກເດືອນຕົ້ນປີ, ອຸດສາຫະກຳໃໝ່ແລະຮູບແບບທຸລະກິດໃໝ່ທີ່ເພີ່ມຂື້ນຢ່າງໄວວາພ້ອມທັງການສະໜັບສະໜູນຢ່າງແຂງແຮງຈາກນະໂຍບາຍມະຫາພາກ.

结尾.jpg

ສຳນັກຂ່າວຂໍ້ມູນຂ່າວສານເສດຖະກິດຈີນ (CEIS) ແມ່ນອົງການບໍລິການດ້ານຂໍ້ມູນຂ່າວສານທາງເສດຖະກິດທີ່ມີຄວາມຊ່ຽວຊານທີ່ຂຶ້ນກັບສຳນັກຂ່າວຊິນຮວາ ແລະ ຍັງເປັນໜ່ວຍງານທົດລອງສຳ ລັບການກໍ່ສ້າງຖັງປັນຍາລະດັບສູງຂອງປະເທດຈີນ.

ເສັ້ນທາງສາຍໄໝຊິນຮວາ ຂອງ CEIS  ແມ່ນເວທີການໃຫ້ບໍລິການຂໍ້ມູນຂ່າວສານລະດັບຊາດ ເຊິ່ງສຸມໃສ່ຂໍ້ລິເລິມ“ໜຶ່ງເສັ້ນໜຶ້່ງແລວທາງ”.ຢາກຮູ້ຂໍ້ມູນຂ່າວສານເພີ່ມເຕີມເຂົ້າເວັບໄຊhttps://en.imsilkroad.com/,  ແລະ ການທົດລອງໃຊ້ຖານຂໍ້ມູນ ຂອງເສັ້ນທາງສາຍໄໝຊິນຮວາ ໂດຍບໍ່ເສຍຄ່າເຂົ້າເວັບໄຊ https://en.imsilkroad.com/register/index.html.