中华时报
关闭

中华时报APP, 全新登场!

点击下载

ຈີນແລະອາຊຽນເຫັນດີຮ່ວມມືໃນດ້ານການຂົນສົ່ງແລະການຈໍລະຈອນສິນຄ້າ

开头.jpg

ໃນວັນທີ 17 ກໍລະກົດທີ່ນະຄອນຫຼວງປັກກິ່ງ(ຕາມຂ່າວຊີນຮວາ)--ໃນວັນພະຫັດນີ້,ທ່ານຫຼີຊຽວເພີງ,ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຈີນກ່າວວ່າ,ຈີນແລະອາຊຽນຄວນເພີ່ມທະວີການຮ່ວມມືເພື່ອເຮັດໃຫ້ລຽບໃນການຈໍລະຈອນແລະການຂົນສົ່ງ,ແລະມີສະຖຽນລະພາບໃນອຸດສະຫະກຳແລະລະບົບຕ່ອງໂສ້ການສະໜອງທົ່ວໂລກ.

ທ່ານ ຫຼີ ກ່າວໃນກອງປະຊຸມລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງກ່ຽວກັບການຮ່ວມມືລະຫວ່າງຈີນ - ອາຊຽນໃນການຕໍ່ສູ້ກັບພະຍາດໂຄວິດ-19ຜ່ານວິດີໂອວ່າຈີນໄດ້ດຳເນີນມາດຕະການຕ່າງໆເພື່ອຫຼຸດຜ່ອນຂັ້ນຕອນໃນການຂົນສົ່ງສາກົນເພື່ອຮັບປະກັນການຂົນສົ່ງເຄື່ອງຊ່ວຍເຫຼືອຕ່າງປະເທດໃນໄລຍະການລະບາດພະຍາດ.

11.jpg

▲ຮູບພາບນີ້ສະແດງໃຫ້ເຫັນລົດບັນທຸກລໍຖ້າຂົນສົ່ງຕູ້ຄອນແທນເນີຢູ່ເຂດທ່າເຮື່ອທີ່ນະຄອນຊີນໂຈ່ວ ຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີໃນພາກໃຕ້ຂອງຈີນໃນວັນທີ 8 ສິງຫາ 2017.

ທ່ານ ຫຼີ ກ່າວວ່າ,ບັນດາປະເທດໃນພາກພື້ນຄວນຮັບນຳໃຊ້ມາດຕະການທີ່ມີປະສິດທິຜົນເພື່ອສະກັດກັ້ນການລະບາດຂອງໄວຣັດ,ໃນຂະນະທີ່ ກຳລັງເພີ່ມທະວີການຮ່ວມມືເພື່ອສ້າງລະບົບການຂົນສົ່ງແລະການຈໍລະຈອນທີ່ແຂງແຮງກວ່າເກົ່າ.

ທ່ານຍັງຮຽກຮ້ອງໃຫ້ທຸກຝ່າຍຈົ່ງເສີມຂະຫຍາຍການປະດິດສ້າງ,ປູກຝັງຈຸດເຕີບໂຕຂອງການຮ່ວມມືໃໝ່ພາຍໃຕ້ສະຖານະການໃໝ່,ແລະຮັກສາການພັດທະນາທີ່່ມີຄວາມໝັ້ນຄົງໃນຂົງເຂດຄົມມະນາຄົມ.

结尾.jpg

ສຳນັກຂ່າວຂໍ້ມູນຂ່າວສານເສດຖະກິດຈີນ (CEIS) ແມ່ນອົງການບໍລິການດ້ານຂໍ້ມູນຂ່າວສານທາງເສດຖະກິດທີ່ມີຄວາມຊ່ຽວຊານທີ່ຂຶ້ນກັບສຳນັກຂ່າວຊິນຮວາ ແລະ ຍັງເປັນໜ່ວຍງານທົດລອງສຳ ລັບການກໍ່ສ້າງຖັງປັນຍາລະດັບສູງຂອງປະເທດຈີນ.

ເສັ້ນທາງສາຍໄໝຊິນຮວາ ຂອງ CEIS  ແມ່ນເວທີການໃຫ້ບໍລິການຂໍ້ມູນຂ່າວສານລະດັບຊາດ ເຊິ່ງສຸມໃສ່ຂໍ້ລິເລິມ“ໜຶ່ງເສັ້ນໜຶ້່ງແລວທາງ”.ຢາກຮູ້ຂໍ້ມູນຂ່າວສານເພີ່ມເຕີມເຂົ້າເວັບໄຊhttps://en.imsilkroad.com/,  ແລະ ການທົດລອງໃຊ້ຖານຂໍ້ມູນ ຂອງເສັ້ນທາງສາຍໄໝຊິນຮວາ ໂດຍບໍ່ເສຍຄ່າເຂົ້າເວັບໄຊ https://en.imsilkroad.com/register/index.html.