中华时报
关闭

中华时报APP, 全新登场!

点击下载

ສຳນັກຂ່າວ ບລູມເບິກ ລາຍງານວ່າ: ເສດຖະກິດຂອງຈີນຈະເພີ່ມຂື້ນ 2.5% ໃນປີນີ້

开头.jpg

ສຳນັກຂ່າວບລູມເບິກລາຍງານວ່າ,ເສດຖະກິດຂອງຈີນຈະເຕີບໂຕ2.5 %ໃນປີນີ້,ໂດຍອ້າງອີງຈາກຄາດຄະເນຂອງUBS Group AG ວ່າ,ໄດ້ເພີ່ມການຄາດຄະເນຈາກ1.5%ຍ້ອນການຟື້ນຟູຕົວຂອງການບໍລິໂພກພາຍໃນແລະການລົງທືນທີ່ເຂັ້ມແຂງ.

ເສດຖະກິດຈີນຈະຂະຫຍາຍຕົວ5.5%ໃນໄຕມາດນີ້ຖ້າທຽບໃສ່ໄລຍະດຽວກັນໃນປີກາຍ,ແລະບັນລຸ6%ໃນສາມເດືອນສຸດທ້າຍຂອງປີ2020,ບລູມເບິກໄດ້ອ້າງຄຳເວົ້າຂອງທ່ານວາງທາວ,ນັກເສດຖະສາດຈີນຂອງທະນາຄານແລະຜູ້ອື່ນ.

ບົດລາຍງານກ່າວວ່າ,ຄວາມເຂັ້ມແຂງທີ່ໜ້າປະຫລາດໃຈຂອງການສົ່ງອອກຂອງຈີນໃນໄຕມາດທີສອງໄດ້ກະຕຸ້ນໃຫ້ນັກເສດຖະສາດເພີ່ມການຄາດຄະເນສຳລັບການຄ້າໃນເວລາທີ່ຍັງເຫລືອໃນປີ,ແລະພວກເຂົາຍັງໄດ້ປັບປຸງການຄາດຄະເນຂອງອັດຕາເງິນເຟີ້ໃຫ້ຢູ່ໃນລະດັບ2.5%ສຳລັບປີ2020ຈາກ2.4%ກ່ອນໜ້ານີ້.

11.jpg▲ຮູບຖ່າຍໃນວັນທີ16ກໍລະກົດ2020,ກຳປັ່ນລຳໜຶ່ງໄດ້ບັນທຸກສິນຄ້າຢູ່ທ່າເຮືອໃນເມືອງທາງຊານ,ແຂວງເຫີເປີ,ພາກເໜືອຂອງຈີນ.

ບົດລາຍງານກ່າວວ່າ,ເນື່ອງຈາກການຟື້ນຟູຂອງເສດຖະກິດແລະຜົນກະທົບການການປ່ອຍສິນເຊື່ອງ່າຍຂຶ້ນ,ອຸດສາຫະກຳອະສັງຫາລິມະສັບຄາດວ່າຈະສະແດງຄວາມຢືດຢຸ່ນທີ່ແຂງແຮງກວ່າເກົ່າ,ແລະຊີ້ໃຫ້ເຫັນວ່າເສດຖະກິດອັອກຟອດ ຍັງເພີ່ມການຄາດຄະເນGDPໃນປີຈາກ2%ເຖິງ2,5%ຍ້ອນການຟື້ນຕົວຢ່າງແຂງແຮງໃນໄຕມາດທີ່ສອງ.

ໂດຍອ້າງເຖິງການສຳຫຼວດຂອງນັກເສດຖະສາດ67ຄົນ,ສຳນັກຂ່າວບລູມເບິກກ່າວໃນບົດລາຍງານສະບັບທີ່ບໍດົນມານີ້ວ່າ,ການເຕີບໂຕຂອງຈີນໃນໄຕມາດນີ້ຈະເພີ່ມຂຶ້ນ5.2 %ຖ້າທຽບກັບປີທີແລ້ວ,ເຊິ່ງໄວກວ່າການຂະຫຍາຍຕົວ3.2 %ໃນສາມເດືອນທີ່ຫາເດືອນມິຖຸນາ.

ບົດລາຍງານກ່າວວ່າ,ເສດຖະກິດຈີນໄດ້ກັບຄືນສູ່ການເຕີບໂຕໃນໄຕມາດທີສອງ,ເຊິ່ງເປັນຂີດໝາຍສຳຄັນໃນການຕໍ່ສູ້ໃນທົ່ວໂລກເພື່ອຟື້ນຟູຕົວຈາກການປິດຍ້ອນເຊື້ອໄວຣັດ.

ທ່ານຢາວອ້າຍຕ່ານ,ນັກເສດຖະສາດອາວຸໂສຂອງບໍລ້ສັດຄຸ້ມຄອງການລົງທຶນAXAກ່າວວ່າ,ກຳລັງພາຍໃນທີ່ເຂັ້ມແຂງໃນເສດຖະກິດພາຍໃນປະເທດຈີນ,ບວກກັບປັດໃຈພາຍນອກທີ່ຄວາມຕ້ອງການການຟື້ນຟູຕົວຂອງໂລກ,ໄດ້ວາງພື້ນຖານສຳລັບການເຕີບໂຕຂອງເສດຖະກິດໃນ6ເດືອນທ້າຍປີນີ້.

结尾.jpg

ສຳນັກຂ່າວຂໍ້ມູນຂ່າວສານເສດຖະກິດຈີນ (CEIS) ແມ່ນອົງການບໍລິການດ້ານຂໍ້ມູນຂ່າວສານທາງເສດຖະກິດທີ່ມີຄວາມຊ່ຽວຊານທີ່ຂຶ້ນກັບສຳນັກຂ່າວຊິນຮວາ ແລະ ຍັງເປັນໜ່ວຍງານທົດລອງສຳ ລັບການກໍ່ສ້າງຖັງປັນຍາລະດັບສູງຂອງປະເທດຈີນ.

ເສັ້ນທາງສາຍໄໝຊິນຮວາ ຂອງ CEIS  ແມ່ນເວທີການໃຫ້ບໍລິການຂໍ້ມູນຂ່າວສານລະດັບຊາດ ເຊິ່ງສຸມໃສ່ຂໍ້ລິເລິມ“ໜຶ່ງເສັ້ນໜຶ່ງແລວທາງ”.ຢາກຮູ້ຂໍ້ມູນຂ່າວສານເພີ່ມເຕີມເຂົ້າເວັບໄຊhttps://en.imsilkroad.com/,  ແລະ ການທົດລອງໃຊ້ຖານຂໍ້ມູນ ຂອງເສັ້ນທາງສາຍໄໝຊິນຮວາ ໂດຍບໍ່ເສຍຄ່າເຂົ້າເວັບໄຊ https://en.imsilkroad.com/register/index.html.