中华时报
关闭

中华时报APP, 全新登场!

点击下载

ປະທານສະພາປະຊາຊົນແຫ່ງຊາດຈີນພົບປະໂອ້ລົມກັບປະທານສະພາແຫ່ງຊາດລາວ ໂດຍຜ່ານທາງວິດີໂອ ເພື່ອເສີມສ້າງສາຍພົວພັນ

开头.jpg

ໃນວັນຈັນນີ້,ທ່ານລີ້ຈ້ານຊູປະທານສະພາປະຊາຊົນແຫ່ງຊາດຈີນໄດ້ພົບປະໂອ້ລົມກັບທ່ານນາງປານີຢາທໍ່ຕູ້ປະທານສະພາແຫ່ງຊາດລາວໂດຍຜ່ານທາງວິດີໂອຢູ່ທີ່ປັກກິ່ງ.

ທ່ານລີ້ຈ້ານຊູປະທານສະພາປະຊາຊົນແຫ່ງຊາດຈີນກ່າວວ່າຈີນແລະລາວໄດ້ຊ່ວຍເຫຼືອເຊິ່ງກັນແລະກັນໃນການຕໍ່ສູ້ກັບພະຍາດໂຄວິດ-19,ເຊິ່ງສະແດງເຖິງມິດຕະພາບອັນເລິກເຊິ່ງລະຫວ່າງສອງຊາດແລະປະຊາຊົນ.

ທ່ານລີ້ຈ້ານຊູຊີ້ອອກວ່າປີ2021ຈະເປັນຂີດໝາຍການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ລາວຄົບຮອບ60ປີແລະເປັນປີແຫ່ງມິດຕະພາບຈີນ-ລາວ,ການພັດທະນາສາຍພົວພັນລະຫວ່າງສອງພັກແລະສອງຊາດຈະມີກາລະໂອກາດສຳຄັນໃໝ່.

ທ່ານລີ້ຈ້ານຊູກ່າວວ່າ:"ຈີນຍິນດີຮ່ວມກັບລາວຈັດຕັ້ງປະຕິບັດແຜນການປະຕິບັດງານເພື່ອສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວ,ເພີ່ມທະວີການສື່ສານທາງຍຸດທະສາດ,ລົງເລິກການຮ່ວມມືແບບຕົວຈິງ,ຊຸກຍູ້ການແລກປ່ຽນດ້ານວັດທະນະທຳແລະປະຊາຊົນແລະເພີ່ມທະວີການປະສານງານຫຼາຍຝ່າຍ" .

ທ່ານລີ້ຈ້ານຊູຮຽກຮ້ອງໃຫ້ສອງປະເທດຮັກສາທ່າແຮງຂອງການແລກປ່ຽນລະດັບສູງໃນແບບທີ່ມີຄວາມຄ່ອງແຄ້ວແລະສົ່ງເສີມຄວາມເປັນເອກະພາບກັນລະຫວ່າງຍຸດທະສາດການພັດທະນາແລະການຮ່ວມມືພາຍໃຕ້ຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ”,ເອົາແລວທາງເສດຖະກິດລາວ-ຈີນເປັນຫຼັກ.ທ່ານເນັ້ນວ່າຈີນພະຍາຍາມສະໜັບສະໜູນປະເທດລາວໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນແລະຈະເພີ່ມທະວີການຮ່ວມມືດ້ານສາທາລະນະສຸກກັບປະເທດລາວຕື່ມອີກ.

001.jpg▲ພາບ:ໃນວັນທີ23ພະຈິກ2020,ທ່ານລີ້ຈ້ານຊູປະທານສະພາປະຊາຊົນແຫ່ງຊາດຈີນໄດ້ພົບປະໂອ້ລົມກັບທ່ານນາງປານີຢາທໍ່ຕູ້ປະທານສະພາແຫ່ງຊາດລາວໂດຍຜ່ານທາງວິດີໂອທີ່ນະຄອນຫຼວງປັກກິ່ງ,ປະເທດຈີນ.

ທ່ານຍັງໄດ້ຮຽກຮ້ອງໃຫ້ມີການອອກແບບແລະກະກຽມເພື່ອກິດຈະກຳຕ່າງໆໃນການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີແລະປີມິດຕະພາບລາວ-ຈີນ.

ສະພານິຕິບັນຍັດຈີນກ່າວອີກວ່າ:ສະພາປະຊາຊົນແຫ່ງຊາດຈີນຍິນດີທຳຄວາມພະຍາຍາມຮ່ວມກັບສະພາແຫ່ງຊາດລາວເພື່ອເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດ.

ທ່ານນາງປານີຢາທໍຕູ້ປະທານສະພາແຫ່ງຊາດລາວກ່າວວ່າປະເທດລາວຍິນດີທີ່ຈະຮຽນຮູ້ປະສົບການຂອງຈີນໃນການປົກຄອງ,ການສົ່ງເສີມຄວາມກ້າວໜ້າທາງເສດຖະກິດ,ການພັດທະນາສັງຄົມແລະການຫຼຸດຜ່ອນຄວາມທຸກຍາກແລະຍິນດີເພີ່ມທະວີການແລກປ່ຽນແລະການຮ່ວມມືລະຫວ່າງລັດຖະສະພາຂອງສອງປະເທດແລະສົ່ງເສີມສາຍພົວພັນມິດຕະພາບລະຫວ່າງລາວ-ຈີນ.

结尾.jpg

ສຳນັກຂ່າວຂໍ້ມູນຂ່າວສານເສດຖະກິດຈີນ(CEIS)ແມ່ນອົງການບໍລິການດ້ານຂໍ້ມູນຂ່າວສານທາງເສດຖະກິດທີ່ມີຄວາມຊ່ຽວຊານທີ່ຂຶ້ນກັບສຳນັກຂ່າວຊິນຮວາແລະຍັງເປັນໜ່ວຍງານທົດລອງສຳລັບການກໍ່ສ້າງຖັງປັນຍາລະດັບສູງຂອງປະເທດຈີນ.

ເສັ້ນທາງສາຍໄໝຊິນຮວາຂອງCEISແມ່ນເວທີການໃຫ້ບໍລິການຂໍ້ມູນຂ່າວສານລະດັບຊາດເຊິ່ງສຸມໃສ່ຂໍ້ລິເລິມ“ໜຶ່ງເສັ້ນໜຶ່ງແລວທາງ”.ຢາກຮູ້ຂໍ້ມູນຂ່າວສານເພີ່ມເຕີມເຂົ້າເວັບໄຊhttps://en.imsilkroad.com/,ແລະການທົດລອງໃຊ້ຖານຂໍ້ມູນຂອງເສັ້ນທາງສາຍໄໝຊິນຮວາໂດຍບໍ່ເສຍຄ່າເຂົ້າເວັບໄຊ https://en.imsilkroad.com/register/index.html.