中华时报
关闭

中华时报APP, 全新登场!

点击下载

ສັບປະດາທ່ອງທຽ່ວວັດທະນະທຳບໍ່ນໍ້າຮ້ອນໄຂຂຶ້ນທີ່ເຂດກວາງຊີຂອງຈີນ

开头.jpg

ໃນວັນທີ12ທັນວາ2020ທີ່ນະຄອນຫຼວງປັກກິ່ງ(ຕາມຂ່າວຊິນຮວາ)--ສັບປະດາທ່ອງທຽ່ວວັດທະນະທຳບໍ່ນໍ້າຮ້ອນໄດ້ໄຂຂື້ນໃນວັນທີ12ທັນວານີ້ຢູ່ເມືອງຊ້າງໂຈ່ວນະຄອນຫຼາຍປິ່ນ,ເຂດປົກຄອງຕົນເອງກວາງຊີພາກໃຕ້ຂອງຈີນ.

ໂດຍຜ່ານການແຂ່ງຂັນ,ການໂຄສະນາ,ການສະແດງສິນຄ້າແລະກິດຈະກຳອື່ນໆ,ສັບປະດາທ່ອງທຽ່ວວັດທະນະທຳມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການສົ່ງອອກວັດທະນະທຳຂອງເມືອງຊ້າງໂຈ່ວ,ສົ່ງເສີມການພັດທະນາເສດຖະກິດຂອງຊ້າງໂຈ່ວແລະຂະຫຍາຍອິດທິພົນຂອງຍີ່ຫໍ້ວັດທະນະທຳແລະການທ່ອງທ່ຽວຂອງເມືອງຊ້າງໂຈ່ວ.

ທ່ານກ່ອງເຈີ້ງເຈີ້ງຮອງເຈົ້າຄອງນະຄອນຫຼາຍປິ່ນໄດ້ກ່າວຄຳເຫັນໃນພິທີເປີດງານວ່າ:ໃນຊຸມປີມໍ່ໆມານີ້,ໂດຍອີງໃສ່ຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ,ສະພາບແວດລ້ອມນິເວດວິທະຍາທີ່ສົມບູນແລະມໍລະດົກວັດທະນະທຳທີ່ເລິກເຊິ່ງ,ນະຄອນຫຼາຍປິ່ນໄດ້ມີການພັດທະນາແລະສະໜັບສະໜູນຢ່າງຕັ້ງໜ້າໃຫ້ແກ່ອຸດສາຫະກຳວັດທະນະທຳແລະການທ່ອງທ່ຽວທີ່ມີສີສັນຂອງຊົນເຜົ່າແລະມີລັກສະນະຂອງທ້ອງຖິ່ນ.

ທ່ານເວີ້ຍທາວເຈົ້າເມືອງຊ້າງໂຈ່ວກ່າວວ່າ,ເມືອງຊ້າງໂຈ່ວຈະຍຶດໝັ້ນຍຸດທະສາດການພັດທະນາການທ່ອງທຽ່ວແລະວັດທະນະທຳ,ເພີ່ມທະວີການການສົ່ງອອກວັດທະນະທຳ,ຊຸກຍູ້ເສດຖະກິດໃນພາກພື້ນແລະເສີມຂະຫຍາຍອິດທິພົນຂອງຍີ່ຫໍ້ການທ່ອງທ່ຽວແລະວັດທະນະທຳຂອງເມືອງຊ້າງໂຈ່ວ.ເມືອງຊ້າງໂຈ່ວມຸ່ງໝັ້ນທີ່ຈະສ້າງຕົວເອງໃຫ້ເປັນຕົວເລືອກທຳອິດສຳລັບການທ່ອງທຽ່ວດ້ານນິເວດວິທະຍາ,ການທ່ອງທ່ຽວທີ່ສຳພັດເຂດຊົນນະບົດ,ການທ່ອງທ່ຽວພັກຜ່ອນຢ່ອນໃຈແລະການທ່ອງທ່ຽວແບບບຳລຸງຮັກສາສຸຂະພາບ.

02.png

▲ພາບ:ໃນວັນທີ12ທັນວາ2020,ພິທີເປີດງານສັບປະດາທ່ອງທຽ່ວວັດທະນະທຳບໍ່ນໍ້າຮ້ອນໃນເມືອງຊ້າງໂຈ່ວ,ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງປະເທດຈີນ.

ເມືອງຊາງໂຈ່ວມີຊື່ສຽງວ່າ:"ບໍ່ນໍ້າອັນດັບທີໜຶ່ງໃນພາກໃຕ້ຂອງຈີນ"ແລະມີຫຼາຍກວ່າ300ບໍ່ນໍ້າທີ່ມີຫຼາຍຮູບແບບເຊັ່ນ:ບໍ່ນໍ້າຮ້ອນແລະບໍ່ນໍ້າເຢັນແລະບໍ່ອື່ນໆ,ເຊິ່ງເຄີຍໄດ້ຮັບນາມມະຍົດເປັນ"ຕົວເມືອງບໍ່ນໍ້າຂອງຈີນ"ໂດຍສະມາຄົມວິສະວະກຳຊົນລະປະທານຈີນ.ໃນປີ2018,ເມືອງຊ້າງໂຈ່ວໄດ້ຖືກເລືອງເປັນໜຶ່ງໃນເຂດແບບຢ່າງການທ່ອງທຽ່ວໃນເຂດກວາງຊີ.

ໃນປັດຈຸບັນ,ເມືອງຊ້າງໂຈ່ວໄດ້ສ້າງເປັນຮູບແບບການພັດທະນາການທ່ອງທຽ່ວໂດຍມີສີສັນການບຳລຸງຮັກສາສຸຂະພາດ້ວຍບໍ່ນ້ຳຮ້ອນ,ນັບແຕ່ເດືອນມັງກອນຫາເດືອນກັນຍາປີ2020,ເມືອງຊ້າງໂຈ່ວໄດ້ຕ້ອນຮັບນັກທ່ອງທ່ຽວປະມານໜຶ່ງລ້ານແປດແສນຊາວຫົກພັນສອງຮ້ອຍເທື່ອຄົນແລະບັນລຸການບໍລິໂພກການທ່ອງທຽ່ວປະມານ 1.578 ຕື້ຢວນ.

结尾.jpg

ສຳນັກຂ່າວຂໍ້ມູນຂ່າວສານເສດຖະກິດຈີນ(CEIS)ແມ່ນອົງການບໍລິການດ້ານຂໍ້ມູນຂ່າວສານທາງເສດຖະກິດທີ່ມີຄວາມຊ່ຽວຊານທີ່ຂຶ້ນກັບສຳນັກຂ່າວຊິນຮວາແລະຍັງເປັນໜ່ວຍງານທົດລອງສຳລັບການກໍ່ສ້າງຖັງປັນຍາລະດັບສູງຂອງປະເທດຈີນ.

ເສັ້ນທາງສາຍໄໝຊິນຮວາຂອງCEISແມ່ນເວທີການໃຫ້ບໍລິການຂໍ້ມູນຂ່າວສານລະດັບຊາດເຊິ່ງສຸມໃສ່ຂໍ້ລິເລິມ“ໜຶ່ງເສັ້ນໜຶ່ງແລວທາງ”.ຢາກຮູ້ຂໍ້ມູນຂ່າວສານເພີ່ມເຕີມເຂົ້າເວັບໄຊhttps://en.imsilkroad.com/,ແລະການທົດລອງໃຊ້ຖານຂໍ້ມູນຂອງເສັ້ນທາງສາຍໄໝຊິນຮວາໂດຍບໍ່ເສຍຄ່າເຂົ້າເວັບໄຊ https://en.imsilkroad.com/register/index.html.