中华时报
关闭

中华时报APP, 全新登场!

点击下载

ປະທານກຸ່ມບໍລິສັດຜະລິດເຫຼົ້າຂອງຈີນ: ເຮັດໃຫ້ວິສາຫະກິດເຂັ້ມແຂງຂຶ້ນຕື່ມ ຖືວ່າແມ່ນຄວາມຮັບຜິດຊອບແລະພາລະກິດຂອງບັນດາວິສາຫະກິດຂອງຈີນ

开头.jpg

ໃນວັນທີ16ທັນວາທີ່ນະຄອນຫຼວງປັກກິ່ງ(ຕາມຂ່າວຊິນຮວາ)--ທ່ານຫຼີຊີວຊີປະທານຂອງກຸ່ມບໍລິສັດຜະລິດເຫຼົ້າFenjiuກ່າວວ່າ:ການເຮັດໃຫ້ວິສາຫະກິດເຂັ້ມແຂງຂື້ນຕື່ມຖືວ່າເປັນຄວາມຮັບຜິດຊອບແລະພາລະກິດຂອງບັນດາວິສາຫະກິດຈີນ.ທ່ານຫຼີໄດ້ກ່າວຄຳປາໄສໃນກອງປະຊຸມເວທີປຶກສາຫາລືໂປອາວສຳລັບນັກວິສາຫະກິດປະຈຳປີ2020ທີ່ຈັດຂຶ້ນທີ່ເມືອງໂປອາວ,ແຂວງໄຫໜານທາງພາກໃຕ້ຂອງຈີນໃນລະຫວ່າງວັນທີ4-5ທັນວານີ້. 

ທ່ານຫຼີກ່າວວ່າວິສາຫະກິດຈີນຄວນພະຍາຍາມປັບປຸງລະດັບການບໍລິຫານແລະການຄຸ້ມຄອງທີ່ທັນສະໄໝຂອງພວກເຂົາແລະພະຍາຍາມເຮັດໃຫ້ຕົວເອງເຂັ້ມແຂງຂຶ້ນຕື່ມອີກ.

ໃນຖານະທີ່ເປັນຕົວແທນຂອງຍີ່ຫໍ້ເຫຼົ້າຂາວທີ່ມີລົດຊາດອ່ອນໆຂອງຈີນ,ກຸ່ມບໍລິສັດFenjiuໄດ້ປະດິດສ້າງໃໝ່ໃນໄລຍະ3ປີທີ່ຜ່ານມາແລະສ້າງຜົນງານທີ່ໜ້າປະທັບໃຈ.

ພາຍຫຼັງການປະຕິຮູບເປັນເວລາ3ປີ,ບໍລິສັດຜະລິດເຫຼົ້າດັ່ງກ່າວໄດ້ກ້າວເຂົ້າສູ່"ສິບຕື້-ພລາສຄລັບ"ຂອງອຸດສາຫະກຳເຫຼົ້າຂອງຈີນ ດ້ວຍມູນຄ່າຕະຫຼາດເກີນ100ຕື້ຢວນ,ເຮັດໃຫ້ມັນກາຍເປັນຕົວແບບໜຶ່ງໃນການປະຕິຮູບລັດວິສາຫະກິດ(SOEs).

08.png

▲ພາບ:ໃນລະຫວ່າງວັນທີ4-5ທັນວານີ້,ກອງປະຊຸມເວທີປຶກສາຫາລືໂປອາວສຳລັບນັກວິສາຫະກິດປີ2020ໄດ້ຈັດຂື້ນທີ່ເມືອງໂປອາວ,ແຂວງໄຫໜານທາງພາກໃຕ້ຂອງຈີນ.

ທ່ານກ່າວວ່າສິ່ງສຳຄັນຂອງຮູບແບບການພັດທະນາໃໝ່ແມ່ນການເຮັດໃຫ້ວິສາຫະກິດເຂັ້ມແຂງແລະເປົ້າໝາຍສູງສຸດຂອງນັກວິສາຫະກິດກໍ່ຄືການເຮັດໃຫ້ວິສາຫະກິດມີຄວາມເຂັ້ມແຂງ,ທັງສອງຝ່າຍມີຈຸດປະສົງດຽວກັນໃນການປົກປ້ອງຜົນປະໂຫຍດຂອງປະເທດແລະສ້າງປະເທດຈີນໃຫ້ເຂັ້ມແຂງກວ່າເກົ່າ. 

ກຸ່ມບໍລິສັດFenjiuຍຶດໝັ້ນແນວຄິດຂອງບໍລິສັດກຽ່ວກັບ"ຄວາມເຊື່ອຖືຂອງFenjiu,ມາດຕະຖານຂອງໂລກ"ຢ່າງສະເໝີຕົ້ນສະເໝີປາຍ,ທ່ານກ່າວຕື່ມວ່າ ວິສາຫະກິດຈີນຄວນສຸມໃສ່ທຸລະກິດຂອງຕົນເອງແລະພັດທະນາທຸລະກິດດ້ວຍແນວຄິດຂອງໂລກ.

ໃນປີ2019,ລາຍໄດ້ຈາກການຂາຍຍີ່ຫໍ້ເຫຼົ້າດັ່ງກ່າວໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ,ເຊິ່ງລາຍໄດ້ເພີ່ມເກືອບ3ເທົ່າຖ້າທຽບໃສ່ສາມປີກ່ອນ.

ເຖິງວ່າໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19ໃນປີນີ້,ລາຍໄດ້ທຸລະກິດຂອງບໍລິສັດໃນສາມໄຕມາດຂອງປີນີ້ແມ່ນຢູ່ໃນອັນດັບທີ3ໃນບັນດາບໍລິສັດຜະລິດເຫຼົ້າໃນປະເທດຈີນ,ໃນຂະນະທີ່ການເຕີບໂຕຂອງກຳໄລສຸດທິແມ່ນຢູ່ໃນອັນດັບທີໜຶ່ງຂອງຂະແໜງການ.

ທ່ານຍັງໄດ້ຊີ້ໃຫ້ເຫັນວ່າ ບໍລິສັດ Fenjiu ຄວນລົງເລິກການປະຕິຮູບຂອງຕົນຕື່ມອີກໂດຍອີງໃສ່ການຖືຕະຫຼາດພາຍໃນປະເທດເປັນຫຼັກແລະພ້ອມກັບການພັດທະນາພາຍໃນແລະຕ່າງປະເທດໄປພ້ອມໆກັນເພື່ອປັບທ່າແຮງດ້ານການແຂ່ງຂັນຂອງບໍລິສັດ.

结尾.jpgສຳນັກຂ່າວຂໍ້ມູນຂ່າວສານເສດຖະກິດຈີນ(CEIS)ແມ່ນອົງການບໍລິການດ້ານຂໍ້ມູນຂ່າວສານທາງເສດຖະກິດທີ່ມີຄວາມຊ່ຽວຊານທີ່ຂຶ້ນກັບສຳນັກຂ່າວຊິນຮວາແລະຍັງເປັນໜ່ວຍງານທົດລອງສຳລັບການກໍ່ສ້າງຖັງປັນຍາລະດັບສູງຂອງປະເທດຈີນ.

ເສັ້ນທາງສາຍໄໝຊິນຮວາຂອງCEISແມ່ນເວທີການໃຫ້ບໍລິການຂໍ້ມູນຂ່າວສານລະດັບຊາດເຊິ່ງສຸມໃສ່ຂໍ້ລິເລິມ“ໜຶ່ງເສັ້ນໜຶ່ງແລວທາງ”.ຢາກຮູ້ຂໍ້ມູນຂ່າວສານເພີ່ມເຕີມເຂົ້າເວັບໄຊhttps://en.imsilkroad.com/,ແລະການທົດລອງໃຊ້ຖານຂໍ້ມູນຂອງເສັ້ນທາງສາຍໄໝຊິນຮວາໂດຍບໍ່ເສຍຄ່າເຂົ້າເວັບໄຊ https://en.imsilkroad.com/register/index.html.