中华时报
关闭

中华时报APP, 全新登场!

点击下载

ເລື່ອງໂຮງງານຂອງຈີນ: "magic" ໄດ້ເກີດຂຶ້ນທີ່ ໂຮງງານສະມາດຂອງບໍລິສັດ Zoomlion ແນວໃດ

11.jpg

ວັນທີ18ທັນວາທີ່ນະຄອນຫຼວງປັກກິ່ງ(ຕາມຂ່າວຊິນຮວາ)--"ໂຮງງານ"ແມ່ນສະຖານທີ່ແຫ່ງຄວາມອັດສະຈັນເຊິ່ງມີຄວາມຄິດສ້າງສັນ,ຝີມືພົ້ນດັ່ນແລະຄວາມໄຝ່ຝັນກາຍເປັນຄວາມຈິງ.ພ້ອມກັນນັ້ນ,ວິສາຫະກິດການຜະລິດໄດ້ເພີ່ມຄວາມສາມາດການແຂ່ງຂັນຂອງພວກເຂົາໂດຍຜ່ານການເພີ່ມປະສິດທິພາບໃນຂັ້ນນຕອນແລະການໃຫ້ລະບົບຫັນເປັນຂໍ້ມູນຂ່າວສານ.ນີ້ແມ່ນສະຖານທີ່ທີ່ໃຊ້ເວລາໃນການບັນທຶກພະລັງຂອງເຕັກໂນໂລຢີ,ການປຽ່ນແປງການຜະລິດແລະສ້າງເວລາທີ່ທຳລາຍການຮັບຮູ້ທີ່ຕາຍໂຕແລະປັບປຸງການຮັບຮູ້ທົ່ວໂລກຕໍ່"ການຜະລິດຈາກຈີນ".

ນີ້ແມ່ນສະຖານທີ່ທີ່ເຕັ້ມໄປດ້ວຍຄວາມຫວັງໃນເວລາທີ່ມືດມົນທີ່ສຸດ,ໂຮງງານຈີນໄດ້ຟື້ນຕົວຄືນຢ່າງໄວວາໃນລະຫວ່າງການແຜ່ລະບາດໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃນການຮັບປະກັນລະບົບຕ່ອງໂສ້ການສະໜອງທົ່ວໂລກ.

ບັນດາໂຮງງານໄດ້ຊຸບຊິບເລື່ອງກ່ຽວກັບວິທີການຫັນປະເທດເປັນປະເທດຜະລິດທີ່ມີຄຸນນະພາບສູງ.

"ເລື່ອງໂຮງງານຂອງຈີນ",ເຊິ່ງເປັນວິດີໂອສັ້ນທີ່ຜະລິດໂດຍ Xinhua Silk Road ກັບບໍລິການຂໍ້ມູນຂ່າວສານເສດຖະກິດຈີນຂອງສຳນັກຂ່າວຊິນຮວາ,ເລົ່າເລື່ອງໂຮງງານຂອງຈີນສະແດງການພັດທະນາ,ເຕັກໂນໂລຢີແລະຜະລິດຕະພັນທີ່ສຳຄັນຂອງພວກເຂົາ.

ພາກທຳອິດແມ່ນມາຮອດບໍລິສັດZoomlion Heavy Industry Science & Technology ຈຳກັດເຊິ່ງເປັນບໍລິສັດນຳໜ້າໃນອຸດສາຫະກຳຜະລິດອຸປະກອນເຕັກໂນໂລຢີຂັ້ນສູງໃນຂົງເຂດວິສະວະກຳແລະອຸດສາຫະກຳກະສິກຳ.ໂຮງງານຂອງບໍລິສັດ Zoomlion ມີຄວາມສະຫຼາດສໍ່າໃດແລະ"Team Green"ແມ່ນຫຍັງ?ຂໍເຊີນຊົມເບິ່ງວິດີໂອ.

22.jpg

ສຳນັກຂ່າວຂໍ້ມູນຂ່າວສານເສດຖະກິດຈີນ(CEIS)ແມ່ນອົງການບໍລິການດ້ານຂໍ້ມູນຂ່າວສານທາງເສດຖະກິດທີ່ມີຄວາມຊ່ຽວຊານທີ່ຂຶ້ນກັບສຳນັກຂ່າວຊິນຮວາແລະຍັງເປັນໜ່ວຍງານທົດລອງສຳລັບການກໍ່ສ້າງຖັງປັນຍາລະດັບສູງຂອງປະເທດຈີນ.

ເສັ້ນທາງສາຍໄໝຊິນຮວາຂອງCEISແມ່ນເວທີການໃຫ້ບໍລິການຂໍ້ມູນຂ່າວສານລະດັບຊາດເຊິ່ງສຸມໃສ່ຂໍ້ລິເລິມ“ໜຶ່ງເສັ້ນໜຶ່ງແລວທາງ”.ຢາກຮູ້ຂໍ້ມູນຂ່າວສານເພີ່ມເຕີມເຂົ້າເວັບໄຊhttps://en.imsilkroad.com/,ແລະການທົດລອງໃຊ້ຖານຂໍ້ມູນຂອງເສັ້ນທາງສາຍໄໝຊິນຮວາໂດຍບໍ່ເສຍຄ່າເຂົ້າເວັບໄຊ https://en.imsilkroad.com/register/index.html.