中华时报
关闭

中华时报APP, 全新登场!

点击下载

ຈີນສົ່ງເສີມການຮ່ວມມືກັບອາຊຽນໃນອຸດສະຫະກຳນ້ຳຕານ

开头.jpg

ງານວາງສະແດງນ້ຳຕານຈີນ-ອາຊຽນຄັ້ງທີ5ໄດ້ເປີດຂຶ້ນໃນວັນເສົານີ້ທີ່ນະຄອນໜານໜິງ,ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງປະເທດຈີນ.

ທ່ານຈູ່ເປີ້ຍເວີຍນັກວິຊາການສະຖາບັນວິສະວະກຳຈີນກ່າວໃນກອງປະຊຸມເວທີປຶກສາຫາລືດັ່ງກ່າວວ່າ:"ອັດຕາການນຳໃຊ້ກົນຈັກຕໍ່າ ແມ່ນປັດໄຈຕົ້ນຕໍທີ່ຈຳກັດການພັດທະນາອຸດສາຫະກຳນ້ຳຕານໃນປະເທດຈີນ.

ຈີນໄດ້ຮ່ວມມືກັບບັນດາສະມາຊິກອາຊຽນເພື່ອຮັບມືກັບສິ່ງທ້າທາຍຕ່າງໆ.ອີງຕາມສະມາຄົມກົນຈັກກະສິກຳເຂດກວາງຊີສະແດງວ່າ:ເຂດກວາງຊີຈະຕັ້ງສວນອຸດສາຫະກຳຈີນ-ອາຊຽນສຳລັບເຄື່ອງຈັກກະສິກຳໃນນະຄອນໜານໜິງໂດຍມີການດຶງດູດບໍລິສັດ100ກວ່າແຫ່ງຈາກພາຍໃນແລະຕ່າງປະເທດເລັ່ງລັດຫັນປ່ຽນກົນຈັກການຜະລິດກະສິກຳ.

08.jpg▲ພາບ:ໃນວັນທີ26ທັນວາ,ສາຍການຜະລິດທີ່ໂຮງງານປຸງແຕ່ງຂອງບໍລິສັດນ້ຳຕານຢູ່ເມືອງຝູສູຍ,ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ,ທາງພາກໃຕ້ຂອງປະເທດຈີນ.

ການຮ່ວມມືໃນການຜະລິດນ້ຳຕານລະຫວ່າງເຂດກວາງຊີແລະອາຊຽນມີປະຫວັດອັນຍາວນານ.ທ່ານBenjaminamas Tanvetyanont,ຫົວໜ້າກົງສຸນໃຫຍ່ຂອງປະເທດໄທປະຈຳນະຄອນໜານໜິງ ກ່າວໃນພິທີເປີດງານວາງສະແດງວ່າເຂດກວາງຊີມີບົດບາດທີ່ຕັ້ງໜ້າໃນອຸດສະຫະກຳນ້ຳຕານແລະມີການຮ່ວມມືທີ່ສຳຄັນກັບປະເທດໄທ.

ຫົວໜ້າກົງສຸນໃຫຍ່ກ່າວວ່າບໍລິສັດຮ່ວມທຸລະກິດຈີນ-ໄທໄດ້ດຳເນີນທຸລະກິດຢູ່ເຂດກວາງຊີເປັນເວລາຫຼາຍກວ່າ28ປີແລ້ວແລະປະຈຸບັນແມ່ນບໍລິສັດຜະລິດນ້ຳຕານທີ່ໃຫຍ່ທີ່ສຸດໃນທ້ອງຖິ່ນແລະເປັນອັນດັບທີ່3ຂອງຈີນ.

ໃນຖານະທີ່ເປັນພື້ນຖານການຜະລິດນ້ຳຕານທີ່ໃຫຍ່ທີ່ສຸດຢູ່ຈີນ,ຜົນຜະລິດນໍ້າຕານເຂດກວາງຊີໄດ້ກວມເອົາປະມານ60%ໃນປະເທດ. 

结尾.jpg

ສຳນັກຂ່າວຂໍ້ມູນຂ່າວສານເສດຖະກິດຈີນ(CEIS)ແມ່ນອົງການບໍລິການດ້ານຂໍ້ມູນຂ່າວສານທາງເສດຖະກິດທີ່ມີຄວາມຊ່ຽວຊານທີ່ຂຶ້ນກັບສຳນັກຂ່າວຊິນຮວາແລະຍັງເປັນໜ່ວຍງານທົດລອງສຳລັບການກໍ່ສ້າງຖັງປັນຍາລະດັບສູງຂອງປະເທດຈີນ.

ເສັ້ນທາງສາຍໄໝຊິນຮວາຂອງCEISແມ່ນເວທີການໃຫ້ບໍລິການຂໍ້ມູນຂ່າວສານລະດັບຊາດເຊິ່ງສຸມໃສ່ຂໍ້ລິເລິມ“ໜຶ່ງເສັ້ນໜຶ່ງແລວທາງ”.ຢາກຮູ້ຂໍ້ມູນຂ່າວສານເພີ່ມເຕີມເຂົ້າເວັບໄຊhttps://en.imsilkroad.com/,ແລະການທົດລອງໃຊ້ຖານຂໍ້ມູນຂອງເສັ້ນທາງສາຍໄໝຊິນຮວາໂດຍບໍ່ເສຍຄ່າເຂົ້າເວັບໄຊ https://en.imsilkroad.com/register/index.html.