中华时报
关闭

中华时报APP, 全新登场!

点击下载

ງານມະຫະກຳຊຸດກິລາແລະການທ່ອງທ່ຽວວັດທະນະທຳສາກົນກູ້ຍຜີງຈີນຄັ້ງທຳອິດຈະໄຂຂຶ້ນຢູ່ແຂວງກວາງຊີຂອງຈີນ

开头.jpgໃນວັນທີ21ທັນວາທີ່ນະຄອນຫຼວງປັກກິ່ງ(ຕາມຂ່າວຊິນຮວາ)--ໃນວັນສຸກທີ່ຜ່ານມາ,ງານມະຫະກຳຊຸດກິລາແລະການທ່ອງທ່ຽວວັດທະນະທຳສາກົນ ກູ້ຍຜີງ ຈີນຄັ້ງທຳອິດ ໄດ້ໄຂຂຶ້ນຢູ່ເມືອງ    ມູ້ເລີ້    , ນະຄອນກູ້ຍຜີງ, ທາງພາກໃຕ້ຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ປະເທດຈີນ.

ໃນພິທີເຊັນສັນຍາການສົ່ງເສີມການລົງທືນໃນສວນອຸດສາຫະກຳຕໍ່າແຜ່ນແລະເຄື່ອງນຸ່ງຫົ່ມຂອງນະຄອນ ກູ້ຍຜີງ ໄດ້ເຊັນ11ໂຄງການໂດຍມີການລົງທືນທັງໝົດ 10,7 ຕື້ຢວນ. ໃນນັ້ນ ມີ 10 ໂຄງການການຜະລິດແຜ່ນແພແລະເຄື່ອງນຸ່ງຫົ່ມມູນຄ່າການຜະລິດປະຈຳປີປະມານ 3,36 ຕື້ຢວນ.

ທ່ານເສີນຊູຈິ່ນອະດີດຮອງປະທານສະພາຕໍ່າແຜ່ນແລະເຄື່ອງນຸ່ງຫົ່ມຈີນ ກ່າວວ່າ ໃນປີ 2020, ອຸດສາຫະກຳຕໍ່າແຜ່ນແລະເຄື່ອງນຸ່ງຫົ່ມໄດ້ຟື້ນຕົວພາຍໃຕ້ຄວາມກົດດັນ ແລະ ບັນລຸການດຳເນີນງານຢ່າງໝັ້ນຄົງ. ອຸດສະຫະກຳເຄື່ອງນຸ່ງຂອງນະຄອນ ກູ້ຍຜີງ ມີພື້ນຖານທີ່ດີ, ມີກຸ່ມອຸດສາຫະກຳທີ່ມີສີສັນພົ້ນເດັ່ນ. ກູ້ຍຜີງ ມີຄວາມສາມາດໃນການສົ່ງເສີມອຸດສາຫະກຳເຄື່ອງນຸ່ງຊຸດກິລາ ເພື່ອໃຫ້ໄດ້ຮັບປະໂຫຍດຫຼາຍກວ່າເກົ່າ ໃນຕະຫຼາດສາກົນແລະພາຍໃນປະເທດ.

ກູ້ຍຜີງ, ຕັ້ງຢູ່ທາງທິດຕາເວັນອອກສຽງໃຕ້ຂອງແຂວງກວາງຊີ, ແມ່ນຢູ່ຈຸດຕັດກັນຂອງເຂດສາມລ່ຽມປາກແມ່ນ້ຳ ຈູ່ຈ່ຽງແລະ ວົງການເສດຖະກິດອ່າວ ເປີຍປູ້.

ນັບແຕ່ຕົ້ນປີນີ້, ກູ້ຍຜີງໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນການພັດທະນາໃນໄລຍະການລະບາດຂອງພະຍາດໂຄວິດ-19 ແລະເລັ່ງການກໍ່ສ້າງຮູບແບບການພັດທະນາອຸດສາຫະກຳທີ່ທັນສະໄໝທີ່ມີຄຸນນະພາບສູງ.

ມີການວາງແຜນທີ່ຈະສ້າງ5ອຸດສາຫະກຳໃຫຍ່ ແລະມູນຄ່າການຜະລິດທັງໝົດຈະເກີນ 10 ຕື້ຢວນຫລືເກີນ50ຕື້ຢວນໃນເວລາປະມານສາມປີ. ອຸດສາຫະກຳຕໍ່າແຜ່ນແລະເຄື່ອງນຸ່ງຫົ່ມ ແມ່ນຢູ່ອັນດັບທີ່ໜຶ່ງໃນຫ້າອຸດສາຫະກຳໃຫຍ່. ສວນອຸດສາຫະກຳຕໍ່າແຜ່ນແລະເຄື່ອງນຸ່ງຫົ່ມຈະພະຍາຍາມກາຍເປັນພື້ນຖານຜະລິດຊຸດກິລາທຳມະດາທີ່ໃຫຍ່ທີ່ສຸດຂອງຈີນ.

ທ່ານເສີນ ຈີນຊີວເຈົ້າຄອງນະຄອນກູ້ຍຜີງ ໄດ້ແນະນຳວ່າ ອຸດສາຫະກຳເຄື່ອງນຸ່ງຫົ່ມແມ່ນອຸດສາຫະກຳດັ້ງເດີມທີ່ມີທ່າແຮງໃນກູ້ຍຜີງແລະ ເປັນອຸດສາຫະກຳທຳອິດທີ່ບັນລຸມູນຄ່າການຜະລິດຫຼາຍກວ່າ 10 ຕື້ຢວນ. ປັດຈຸບັນ, ມີວິສາຫະກິດເຄື່ອງນຸ່ງຫົ່ມຫຼາຍກວ່າ 400 ແຫ່ງໃນ ກູ້ຍຜີງ ດ້ວຍຍອດຜົນຜະລິດປະຈຳປີ 200 ລ້ານຊຸດ. ໃນຖານະເປັນພື້ນຖານຜະລິດຊຸດກິລາທີ່ມີຂະໜາດໃຫຍ່ທີ່ສຸດໃນເຂດກວາງຊີ, ຜະລິດຕະພັນຂອງມັນໄດ້ສົ່ງຂາຍທົ່ວປະເທດ ແລະ ໄດ້ສົ່ງອອກໄປເອີຣົບ, ອາເມລິກາ, ອາຟຣິກາ ແລະ ອາຊີຕາເວັນອອກສ່ຽງໃຕ້. ມັນມີອິດທິພົນດ້ານຍີ່ຫໍ້ທີ່ເຂັ້ມແຂງແລະມີສ່ວນແບ່ງຕະຫລາດຂ້ອນຂ້າງສູງ.

ທ່ານໂຈ່ ລີ້ຜີງປະທານບໍລິສັດຊຸດກິລາ ຈົ່ງຈ້ຽນກວາງຊີ ກ່າວວ່າ ອຸດສາຫະກຳຕໍ່າແຜ່ນ ແລະ ເຄື່ອງນຸ່ງຫົ່ມ ແມ່ນອຸດສາຫະກຳທີ່ມີລັກສະນະພິເສດຢູ່ເມືອງ ມູ້ເລີ້, ງານດັ່ງກ່າວຄາດວ່າຈະສົ່ງເສີມອຸດສາຫະກຳຕໍ່າແຜ່ນ ແລະ ເຄື່ອງນຸ່ງຫົ່ມ ຂອງກຸ້ຍຜີງ ຈາກ "ຜະລິດຕະພັນຂອງ ມູ້ເລີ້" ໄປສູ່ "ຜະລິດຕະພັນທີ່ສະຫຼາດຂອງ ມູ້ເລີ້ ".

ງານດັ່ງກ່າວດ້ວຍການເຊື່ອມໂຍງກັນການແລກປ່ຽນວັດທະນະທຳ, ການສົ່ງເສີມການທ່ອງທ່ຽວ, ການສະແດງເຄື່ອງນຸ່ງຫົ່ມ ແລະ ການແຂ່ງຂັນກິລາ, ແມ່ນເພື່ອແນໃສ່ສະແດງອຸດສະຫະກຳຕໍ່າແຜ່ນ ແລະ ອຸດສະຫະກຳທ່ອງທ່ຽວວັດທະນະທຳຢ່າງຮອບດ້ານ, ເລັ່ງລັດການຫັນແລະຍົກລະດັບອຸດສາຫະກຳຕໍ່າແຜນແລະເຄື່ອງນຸ່ງຫົ່ມແລະສ້າງຮູບແບບການພັດທະນາໃໝ່.

结尾.jpg

ສຳນັກຂ່າວຂໍ້ມູນຂ່າວສານເສດຖະກິດຈີນ (CEIS) ແມ່ນອົງການບໍລິການດ້ານຂໍ້ມູນຂ່າວສານທາງເສດຖະກິດທີ່ມີຄວາມຊ່ຽວຊານທີ່ຂຶ້ນກັບສຳນັກຂ່າວຊິນຮວາ ແລະ ຍັງເປັນໜ່ວຍງານທົດລອງສຳ ລັບການກໍ່ສ້າງຖັງປັນຍາລະດັບສູງຂອງປະເທດຈີນ.

ເສັ້ນທາງສາຍໄໝຊິນຮວາ ຂອງ CEIS  ແມ່ນເວທີການໃຫ້ບໍລິການຂໍ້ມູນຂ່າວສານລະດັບຊາດ ເຊິ່ງສຸມໃສ່ຂໍ້ລິເລິມ“ໜຶ່ງເສັ້ນໜຶ່ງແລວທາງ”.ຢາກຮູ້ຂໍ້ມູນຂ່າວສານເພີ່ມເຕີມເຂົ້າເວັບໄຊ https://en.imsilkroad.com/,  ແລະ ການທົດລອງໃຊ້ຖານຂໍ້ມູນ ຂອງເສັ້ນທາງສາຍໄໝຊິນຮວາ ໂດຍບໍ່ເສຍຄ່າເຂົ້າເວັບໄຊ https://en.imsilkroad.com/register/index.html.