中华时报
关闭

中华时报APP, 全新登场!

点击下载

ປະຊາຊົນຈີນ ແລະ ອາຊຽນຄາດຫວັງວ່າຈະມີໂອກາດຫຼາຍກວ່າເກົ່າໃນຂະນະທີ່ທາງລົດໄຟລາວ -ຈີນ ໄດ້ເປີດບໍລິການ

ວັນທີ 6 ທັນວາ ທີ່ນະຄອນຄຸນໝິງ (ຕາມຂ່າວສານຊິນຮວາ) - ນາງ ນັນທະວັດ ສະມາຄົມ,  ແມ່ນແມ່ຄ້າຂາຍອາຫານໄທ ທີ່ຢູ່ໃນສູນການຄ້າແຫ່ງໜຶ່ງໃນນະຄອນຄຸນໝິງ ແຂວງຢຸນນານ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ, ມີຄວາມຄາດຫວັງໃໝ່ ຂະນະທີ່ທາງລົດໄຟລາວ-ຈີນ ເລີ່ມເປີດໃຫ້ບໍລິການໃນວັນສຸກ.

ທ່ານ ນັນທະວັດ ສະມາຄົມ ກ່າວວ່າ, "ໄດ້ຮັບຜົນກະທົບຈາກໂຄວິດ-19, ການຂົນສົ່ງສິນຄ້າຈາກໄທຮອດຈີນມັກຈະໃຊ້ເວລາຫຼາຍກວ່າ 1 ເດືອນ ແລະ ຄ່າຂົນສົ່ງແມ່ນແພງເກີນໄປ".

ທ່ານກ່າວຕື່ມວ່າ: “ຂ້າພະເຈົ້າຫວັງວ່າຈະຂົນສົ່ງສິນຄ້າມາຈີນໂດຍຜ່ານທາງລົດໄຟລາວ-ຈີນ ຈະໄວກວ່າແລະ ຖືກກວ່າເກົ່າ.

ທາງລົດໄຟ ມີຄວາມຍາວທັງໝົດ 1.035 ກິໂລແມັດ ຈາກນະຄອນຄູນໝິງແຂວງຢູນໜານ ເຖິງນະຄອນຫຼວງວຽງຈັນປະເທດລາວ, ໃນນັ້ນມີ 422 ກິໂລແມັດແມ່ນຢູ່ໃນເຂດປະເທດລາວ.

ທ່ານ ມາຢົງ, ຫົວໜ້າສຸນການສຶກສາອາຊີຕາເວັນອອກສຽງໃຕ້ຂອງສະຖາບັນວິທະຍາສາດສັງຄົມຢຸນນານ (YASS)ກ່າວວ່າ, ການເປີດເສັ້ນນຳໃຊ້ທາງລົດໄຟລາວ-ຈີນຈະຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງລາວ-ຈີນ, ແລະ ເລັ່ງລັດການກໍ່ສ້າງແລວທາງເສດຖະກິດລາວ-ຈີນ ແລະ ປະຊາຄົມຮ່ວມຊາຕາກຳລະຫວ່າງສອງຝ່າຍ.

ທ່ານ ມາຢົງ ກ່າວຕື່ມວ່າ,“ມັນຍັງຈະຊຸກຍູ້ການເຊື່ອມໂຍງພາກພື້ນອາຊີອາຄະເນ ແລະ ພາກພື້ນແມ່ນ້ຳຂອງ ແລະ ສົ່ງເສີມຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາຂອງພາກພື້ນ.”

ຕະຫຼາດໝາກໄມ້ Jinma-Zhengchang ຢູ່ນະຄອນຄຸນໝິງແມ່ນໜຶ່ງໃນຕະຫຼາດຂາຍສົ່ງໝາກໄມ້ທີ່ນຳເຂົ້າຈາກອາຊີອາຄະເນ ທີ່ໃຫຍ່ກວ່າໝູ່ຂອງປະເທດ. ໝາກໄມ້ເຂດຮ້ອນທີ່ນຳເຂົ້າຈາກໄທ, ຫວຽດນາມ ແລະ ບັນດາປະເທດອາຊີອາຄະເນເຊັ່ນ: ທຸລ່ຽນ,  ມັງຄຸດ ແລະ ລຳໄຍ ເປັນໝາກໄມ້ທີ່ນິຍົມຊົມຊອບຂອງບັນດາລູກຄ້າຊາວຈີນ ແລະ ທຸກໆມື້ຈະສົ່ງໄປທຸກເຂດຂອງປະເທດຈາກທີ່ນີ້ໃນ.

1.jpg

ພາບ: ໃນວັນທີ 4 ທັນວາ 2021, ລົດໄຟບັນທຸກຕູ້ຄອນເທເນີຕູ້ເຢັນ 33 ຕູ້ ໄດ້ອອກເດີນທາງຈາກທ່າເຮືອສາກົນເຖິງຈູນ ທີ່ນະຄອນຄຸນໝິງ ແຂວງຢຸນໜານ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ ໄປປະເທດລາວ. ນີ້ເປັນລົດໄຟສາຍທຳອິດທີ່ມີ cold-chain ໃນເສັ້ນທາງລົດໄຟລາວ-ຈີນ ເຊິ່ງມີຄວາມຍາວ 1,035 ກິໂລແມັດ. ທາງລົດໄຟດັ່ງກ່າວ ເປັນໂຄງການສຳຄັນຂອງການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ເຊິ່ງໄດ້ເລີ່ມດຳເນີນງານໃນວັນສຸກທີ່ຜ່ານມາ. 

ທ່ານ ຖານມິນ , ພໍ່ຄ້າຂາຍໝາກໄມ້ຢູ່ຕະຫລາດກ່າວວ່າ: “ໝາກໄມ້ມີອາຍຸການເກັບຮັກສາສັ້ນ ແລະ ທຸກຄົນຕ້ອງການຂົນສົ່ງໄວຂຶ້ນ ເພື່ອຮັບປະກັນຄຸນນະພາບຂອງໝາກໄມ້”.

ທ່ານ ຖານມິນ ກ່າວຕື່ມວ່າ: " ລົດໄຟຂົນສົ່ງຈະໄວກວ່າ, ດັ່ງນັ້ນພວກເຮົາມີຄວາມຄາດຫວັງສູງຫຼາຍ ສຳລັບ ການດໍາເນີນງານຂອງທາງລົດໄຟລາວ-ຈີນ".

ທ່ານ ຢູຫາຍຊີວ ຫົວຫນ້າ ສຸນການສຶກສາປະເທດໄທຂອງສະຖາບັນວິທະຍາສາດສັງຄົມຢຸນໜານ (YASS) ກ່າວວ່າ "ການດຳເນີນງານຂອງທາງລົດໄຟລາວ-ຈີນຍັງເຮັດໃຫ້ປະຊາຊົນໃນປະເທດບ້ານໃກ້ເຮືອນຄຽງມີຄາດຫວັງຫຼາຍໃນການເຊື່ອມຕໍ່ກັນ ແລະ ການສື່ສານກັນ. ມັນເປັນບາດກ້າວສຳຄັນສຳລັບເຄືອຂ່າຍທາງລົດໄຟຂ້າມອາຊີ, ເຊິ່ງໄດ້ລໍຖ້າມາເປັນເວລາກວ່າເຄິ່ງສັດຕະວັດແລ້ວ".

ນາງ ລັດສະໝີ ຄູນສຸວັນ, ນັກສຶກສາປະລິນຍາເອກ ທີ່ຮຽນຢູ່ມະຫາວິທະຍາໄລສ້າງຄູ່ ຢຸນນານ ທີ່ມາຈາກນະຄອນຫຼວງວຽງຈັນ ກ່າວວ່າ: “ຕອນນີ້ຂ້ອຍສາມາດຂີ່ລົດໄຟກັບບ້ານ ເພື່ອພົບປະໝູ່ເພື່ອນ ແລະ ຄອບຄົວແລ້ວ.