中华时报
关闭

中华时报APP, 全新登场!

点击下载

ຈີນບໍລິຈາກອຸປະກອນການແພດໃຫ້ແກ່ປະເທດໄທເພື່ອປ້ອງກັນ COVID-19

开头.jpg

ໃນວັນທີ 29 ມີຖູນາ ທີ່ນະຄອນຫຼວງບາງກອກ (ຕາມຂ່າວຊີນຮວາ)   --  ໃນວັນຈັນນີ້, ທ່ານ PrayutChan-o-cha ນາຍົກລັດຖະມົນຕີປະເທດໄທໄດ້ສະແດງຄວາມຂອບອົກຂອບໃຈມາຍັງປະທດຈີນຜ່ານສື່ມວນຊົນໄທທີ່ໄດ້ໃຫ້ການຊ່ວຍເຫຼືອອຸປະກອນການແພດ ເພື່ອຕໍ່ສູ້ກັບການລະບາດຂອງ

ພະຍາດ COVID-19ໃນປະເທດໄທ.

ສະຖານທູດຈີນປະ ຈຳ ໄທ ທີ່ບາງກອກ ໄດ້ຕາງ ໜ້າ ປະເທດຈີນບໍລິຈາກຜ້າອັດປາກການແພດ 1.3 ລ້ານອັນ, ຜ້າອັດປາກ N95 70,000 ອັນ, ນໍ້າຢາກວດເຊື້ອພະຍາດ COVID-19 ຈຳນວນ 150.000 ຊຸດ ແລະ  ຊຸດPPE 70,000 ຊຸດໃຫ້ປະເທດໄທ.

WeChat Image_20200630104514.jpg▲ໃນວັນທີ 29 ມິຖຸນາ 2020 ທີ່ບາງກອກປະເທດໄທ, ທ່ານ Prayut Chan-o-cha, ນາຍົກລັດຖະມົນຕີໄທ ,ທ່ານ Anutin Charnvirakul, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສາທາລະນະສຸກ  ແລະ ທ່ານ Yang Xin, ຜູ້ຕາງໜ້າສະຖານທູດຈີນປະຈຳໄທໄດ້ເຂົ້າຮ່ວມພິທີທີ່ມອບຮັບເຄື່ອງບໍລິຈາກ .

ທ່ານ Prayut ຍັງໄດ້ສະແດງຄວາມເສຍໃຈທີ່ກ່ຽວກັບໄພພິບັດນໍ້າຖ້ວມໃນປະເທດຈີນທີ່ໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າລັດຖະບານຈີນຈະແກ້ໄຂວິກິດການດັ່ງກ່າວຢ່າງມີປະສິດທິຜົນ.

ຫລັງຈາກໄດ້ຮັບອຸປະກອນການແພດຈາກສະຖານທູດຈີນ, ທ່ານ Prayut ກ່າວວ່າຈະສືບຕໍ່ຮັກສາການພົວພັນກັບປະເທດຈີນໃນທາງດ້ານສັງຄົມ, ວັດທະນະທຳແລະເສດຖະກິດ.

结尾.jpg

ສຳນັກຂ່າວຂໍ້ມູນຂ່າວສານເສດຖະກິດຈີນ (CEIS) ແມ່ນອົງການບໍລິການດ້ານຂໍ້ມູນຂ່າວສານທາງເສດຖະກິດທີ່ມີຄວາມຊ່ຽວຊານທີ່ຂຶ້ນກັບສຳນັກຂ່າວຊິນຮວາ ແລະ ຍັງເປັນໜ່ວຍງານທົດລອງສຳ ລັບການກໍ່ສ້າງຖັງປັນຍາລະດັບສູງຂອງປະເທດຈີນ.

ເສັ້ນທາງສາຍໄໝຊິນຮວາ ຂອງ CEIS  ແມ່ນເວທີການໃຫ້ບໍລິການຂໍ້ມູນຂ່າວສານລະດັບຊາດ ເຊິ່ງສຸມໃສ່ຂໍ້ລິເລິມ“ໜຶ່ງເສັ້ນໜຶ້່ງແລວທາງ”.ຢາກຮູ້ຂໍ້ມູນຂ່າວສານເພີ່ມເຕີມເຂົ້າເວັບໄຊhttps://en.imsilkroad.com/,  ແລະ ການທົດລອງໃຊ້ຖານຂໍ້ມູນ ຂອງເສັ້ນທາງສາຍໄໝຊິນຮວາ ໂດຍບໍ່ເສຍຄ່າເຂົ້າເວັບໄຊ https://en.imsilkroad.com/register/index.html.